ກຽນຢາງ ໜູນຊ່ວຍທຶນການສຶກສາໃຫ້ນັກຮຽນ ກຳປູເຈຍ 80 ທຶນ

(VOVWORLD) - ບັນດານັກສຶກສາທີ່ໄດ້ຮັບທຶນການສຶກສາໃນໄລຍະທີ່ຮຽນຢູ່ມະຫາວິທະຍາໄລ ກຽນຢາງ.

ວັນທີ 31 ສິງຫາ, ຢູ່ເມືອງເກາະ ຝູກວັກ, ມະຫາວິທະຍາໄລ ກຽນຢາງ, ສສ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມລົງນາມການຮ່ວມມືບຳລຸງສ້າງ ແລະ ຄົ້ນຄ້ວາວິທະຍາສາດປີ 2018 ກັບມະຫາວິທະຍາໄລພະນົມເປັນ ແລະ ມະຫາວິທະຍາໄລ Chea Sim Kamchaynear ຢູ່ແຂວງ Sray Vieng, ລາຊະອານາຈັກກຳປູເຈຍ. ຕາມນັ້ນແລ້ວ, ມະຫາວິທະຍາໄລ ກຳປູເຈຍ ຈະມອບທຶນການສຶກສາຂະແໜງບຳລຸງພາສາ ອັງກິດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີຊີວະພາບໝູນໃຊ້ໃນຂະແໜງການແພດ, ບັນຊີ, ວິທະຍາໄລຄູຂະແໜງຄະນິດສາດ 40 ທຶນໃຫ້ແກ່ນັກສຶກສາມະຫາວິທະຍາໄລພະນົມເປັນ ແລະ 40 ທຶນກ່ຽວກັບຂະແໜງເຕັກໂນໂລຊີເຕັກນິກການກໍ່ສ້າງ, ເຕັກໂນໂລຊີສະບຽງອາຫານ, ເຕັກໂນໂລຊີເຕັກນິກສິ່ງແວດລ້ອມ, ວິທະຍາສາດການປູກຝັງ ແລະ ລ້ຽງປູກສິນໃນນ້ຳ ໃຫ້ນັກສຶກສາມະຫາວິທະຍາໄລ Chea Sim Kamchaynear. ບັນດານັກສຶກສາທີ່ໄດ້ຮັບທຶນການສຶກສາໃນໄລຍະທີ່ຮຽນຢູ່ມະຫາວິທະຍາໄລ ກຽນຢາງ. ໃນນັ້ນ, ໄດ້ຮັບການໜູນຊ່ວຍຄ່າຮຽນທັງໝົດ, ຄ່າໃຊ້ຈ່າຍການກິນຢູ່ຈຳນວນໜຶ່ງ. ຕາມມະຫາວິທະຍາໄລ ກຽນຢາງ ແລ້ວ, ທຶນການສຶກສາ 80 ທຶນນັ້ນແມ່ນບຸລິມະສິດໃຫ້ນັກສຶກສາທີ່ມີສຳມະໂນຢູ່ 4 ແຂວງຕິດກັບຊາຍແດນທີ່ມີການຮ່ວມມືກັບແຂວງ ກຽນຢາງ ເຊິ່ງລວມມີແຂວງ Sihanouk, Kep, Kampot ແລະ Keo.

ຕອບກັບ

ຂ່າວ/ບົດ​ອື່ນ