ກຽມພ້ອມໃຫ້ Festival ເຫ້ວ ຄັ້ງທີ 10

(VOVWORLD) -Festival ເຫ້ວ ຄັ້ງທີ 10 ດ້ວຍຫົວຂໍ້ວ່າ “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ - ເຫ້ວ ສະຖານທີ່ດຽວມີ 5 ມໍລະດົກ” ຈະຖືກດຳເນີນໃນລະຫວ່າງວັນທີ 27 ເມສາ - 02 ພຶດສະພາ.
ກຽມພ້ອມໃຫ້ Festival ເຫ້ວ ຄັ້ງທີ 10 - ảnh 1 (ກຽມພ້ອມໃຫ້ Festival ເຫ້ວ ຄັ້ງທີ 10)

ມາຮອດປະຈຸບັນ, ວຽກງານກະກຽມໃຫ້ Festival ໄດ້ສຳເລັດແລ້ວ. Festival ເຫ້ວ ຄັ້ງທີ 10 ປີ 2018 ໄດ້ຮັບຖືວ່າແມ່ນບ່ອນເຕົ້າໂຮມ, ບ່ອນພົບປະແລກປ່ຽນສິລະປະລະຫວ່າງບັນດາພື້ນຖານວັດທະນະທຳ ເພື່ອແນໃສ່ສືບຕໍ່ຍູ້ແຮງການພົວພັນແລກປ່ຽນກັບສາກົນ; ແນະນຳໂຄສະນາຄຸນຄ່າວັດທະນະທຳຫວຽດນາມ, ວັດທະນະທຳເຫ້ວ, ຍູ້ແຮງການພັດທະນາເສດຖະກິດ - ສັງຄົມ… ຂອງເທື່ອທຽນ - ເຫ້ວ ໃນວິວັດທະນາການໃນການເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ.  ປີນີ້, Festival ເຫ້ວ ໄດ້ດຶງດູດບັນດາຄະນະນັກສະແດງສິລະປະທີ່ມາຈາກ 21 ປະເທດຄື: ຝລັ່ງ, ແບນຊິກ, ແດນມາກ, ສ.ເກົາຫຼີ, ຍີ່ປຸ່ນ, ໄທ… ພ້ອມກັບບັນດາຄະນະສິລະປະກ່ອນດີເດັ່ນຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ