ກຽມພ້ອມໃຫ້ແກ່ພິທີລົງນາມ ໃນສັນຍາ CPTPP ເປັນທາງການ

(VOVWORLD) - ວັນທີ 08 ມີນາ, ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຈະໄດ້ລົງນາມຢ່າງເປັນທາງການ, ຢູ່ ຈີເລ ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ ມາຈາກ 11 ປະເທດສະມາຊິກ.
ກຽມພ້ອມໃຫ້ແກ່ພິທີລົງນາມ ໃນສັນຍາ CPTPP ເປັນທາງການ - ảnh 1 (ພາບປະກອບ/ອິນເຕີແນັດ)

ສັນຍາສະບັບນີ້ ຈະສ້າງໜຶ່ງໃນບັນດາກຸ່ມການຄ້າເສລີທີ່ມີຂອບເຂດໃຫຍ່ສຸດໃນໂລກ, ກວມເອົາທັງ 03 ທະວີບ ອາຊີ, ອາເມລິກາ ແລະ ມະຫາສະໝຸດ ດ້ວຍຕະຫຼາດທີ່ມີປະຊາກອນຂຶ້ນເຖິງ 463 ລ້ານຄົນ ແລະ GDPຸ ສະເລ່ຍໃສ່ຫົວຄົນປະມານ 10,000 ຕື້ ໂດລາສະຫະລັດ (ກວມເອົາ 13%GDPໃນທົ່ວໂລກ). ສັນຍານຳມາ ເຊິ່ງຄຳໝັ້ນສັນຍາສຳຄັນຫຼາຍຢ່າງທີ່ກ່ຽວຂ້ອງເຖິງບັນດາຮົ້ວກີດຂວາງປອດພາສີອາກອນ, ຂົງເຂດການບໍລິການ, ການລົງທຶນ ແລະ ບັນດາຂະແໜງການອື່ນໆ.  ເຖິງວ່າ ສັນຍາ CPTPP ບໍ່ມີອາເມລິກາກໍຕາມ ແຕ່ຍັງເປັນສັນຍາການຄ້າເສລີ (FTA) ລຸ້ນໃໝ່ດ້ວຍຄຸນນະພາບສູງ. ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເຈີນຕວນແອງ ໃຫ້ຮູ້ວ່າ:

        “ໃນສະພາບການໃໝ່ເມື່ອມີໜຶ່ງປະເທດໄດ້ຖອນອອກຈາກ TPP 12, ແຕ່ທັງໝົດປະເທດຍັງເຫຼືອລ້ວນແຕ່ຢັ້ງຢືນຄວາມຕັດສິນໃຈ ແລະ ປາດຖະໜາຢາກສືບຕໍ່ເສັ້ນທາງດັ່ງກ່າວ. ເພາະສະນັ້ນ ເນື້ອແທ້ ແລະ ຄຸນນະພາບຂອງສັນຍາໄດ້ສະແດງອອກຜ່ານ 02 ຄໍາເພິ່ມເຕີ່ມຄື “ຮອບດ້ານ” ແລະ “ກ້າວໜ້າ”, ເຊິ່ງເປັນສິ່ງທີ່ລັດຖະມົນຕີທຸກປະເທດສະມາຊິກຂອງ TPP 11 ໄດ້ ເຫັນດີເປັນເອກະພາບ ແລະ ຢາກເນັ້ນໜັກເຖິງ ແລະຖືວ່ານີ້ແມ່ນເປົ້າໝາຍລວມທີ່ມີລັກສະລະກວມລວມຂອງສັນຍາ. ສະນັ້ນ, ຊື່ເອີ້ນຂອງສັນຍາຄູ່ຮ່ວມມື ຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ(CPTPP) ໄດ້ຮັບຄວາມເຫັນດີເຫັນພ້ອມສູງພໍສົມຄວນ”.

        ທ່ານລັດຖະມົນຕີ ກະຊວງຟື້ນຟູເສດຖະກິດ ຍີ່ປຸ່ນ Toshimitsu Motegi, ຜູ້ຮັບຜິດຊອບການເຈລະຈາ ສັນຍາ CPTPP ຂອງ ຍີ່ປຸ່ນ, ຖືວ່າ:

        “ອາຊີ - ປາຊີຟິກແມ່ນສູນກາງເສດຖະກິດຂະໜາດໃຫຍ່ຂອງໂລກ ແລະ ພວກຂ້າພະເຈົ້າປາດຖະໜາວ່າ ຈະສ້າງຕັ້ງລະບຽບການໃໝ່ໃນຕະຫຼາດສຳຄັນໃນພາກພື້ນນີ້. ເພາະສະນັ້ນ, ພວກຂ້າພະເຈົ້າຫວັງວ່າ ບັນດາຄຳໝັ້ນສັນຍາທຸກຄຳ ແລະ ການເຂົ້າຮ່ວມຂອງບັນດາຝ່າຍ ຈະສາມາດແກ້ໄຂໄດ້ສິ່ງທ້າທາຍຕ່າງໆ”

ຄາດຄະເນວ່າ ສັນຍາ CPTPP ຈະມີຜົນສັກສິດນັບແຕ່ປີ 2019 ເປັນຕົ້ນໄປ, ນຳມາເຊິ່ງຜົນປະໂຫຍດ ແທດຈິງໃຫ້ແກ່ທຸກປະເທດເຂົ້າຮ່ວມ. ສຳລັບຫວຽດນາມ, ສັນຍາCPTPP ຈະປະກອບສ່ວນຊຸກຍູ້ການສົ່ງອອກສິນຄ້າ ໄປຍັງບັນດາຕະຫຼາດໃຫຍ່ຄື: ຍີ່ປຸ່ນ, ອົດສະຕາລີ, ການາດາ,ເມັກຊີໂກ ກໍຄືດຶງດູດນັກລົງທຶນຕ່າງປະເທດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ