ຂຸດຄົ້ນຄວາມສາມາດບົ່ມຊ້ອນ ດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ, ໄທ ແລະ ກຳປູເຈຍ

ຂຸດຄົ້ນຄວາມສາມາດບົ່ມຊ້ອນ ດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ, ໄທ ແລະ ກຳປູເຈຍ - ảnh 1
(ພາບປະກອບ)

(vovworld) -     ຕອນ​ຄໍ່າ​ວັນ​ທີ 29/10, ພະ​ແນກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ນິງບິ່ງ ​​ສົມທົບ​ກັບ​ພະ​ແນກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຮ່າ​ໂນ້ຍ ຈັດ​ຕັ້ງ​ກອງ​ປະຊຸມສຳ​ມະ​ນາ “ 3 ​ປະ​ເທດ​ຈຸດ​ນັດ​ພົບ​ໜຶ່ງ​ດຽວ” ​ເພື່ອມຸ່ງ​ໄປ​ເຖິງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ທົງ​ພຽງ​ແມ່​ນ້ຳ​ແດງ 2013. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ມີບໍລິສັດ​ທ່ອງ​ທ່ຽວ 60 ​ແຫ່ງຂອງ​ 3 ​ປະ​ເທດຫວຽດນາມ, ​ໄທ ​ແລະ ກຳປູ​ເຈຍ ​ໄດ້​ແລກປ່ຽນ​ຂໍ້​ມູນ, ວິທີ​ການ​ຈັດ​ຕັ້ງ ລາຍການ​ທ່ອງທ່ຽວ, ​ແບ່ງປັນ​ບົດຮຽນ​ພັດທະນາ​ບັນດາ​ຮູບ​ແບບ​ບໍລິການໃໝ່​​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ… ທ່ານ​ນາງ​ Chhaysivlin, ຜູ້ອຳນວຍ​ການ​ບໍລິສັດ​ທ່ອງ​ທ່ຽວ CSL ກຳປູ​ເຈຍ ​ໃຫ້​ຮູ້​ວ່າ ນີ້​ແມ່ນ​ລາຍການ​ທີ່​ມີ​ຜົນ​ປະ​ໂຫຍ​ດ, ສ້າງ​ໂອກາດ​ໃຫ້​ຜູ້​ເຮັດ​ວຽກ​ງານ​ທ່ອງ​ທ່ຽວ​ໄດ້​ພົບ​ປະ​ໂດຍ​ກົງ​ກັບ​ບັນດາ​ຄູ່​ຮ່ວມ​ມື ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນ, ​ຮ່ວມ​ສຳພັນ ແລະ ພ້ອມ​ກັນ​ພັດທະນາ.

ຂ່າວ/ບົດ​ອື່ນ