ຂຸດຄົ້ນບັນດາທ່າໄດ້ປຽບທີ່ມີຢູ່ແລ້ວຢ່າງສູງສຸດເພື່ອພັດທະນາທິດເໜືອພາກກາງ ແລະ ເຂດແຄມທະເລພາກກາງ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ: ທິດເໜືອພາກກາງ ແລະ ເຂດແຄມທະເລພາກກາງ, ລວມມີ 14 ແຂວງ, ນະຄອນ, ແມ່ນເຂດມີທີ່ຕັ້ງຍຸດທະສາດສຳຄັນພິເສດດ້ານເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ການໂອ້ລົມສົນທະນາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ
ຂຸດຄົ້ນບັນດາທ່າໄດ້ປຽບທີ່ມີຢູ່ແລ້ວຢ່າງສູງສຸດເພື່ອພັດທະນາທິດເໜືອພາກກາງ ແລະ ເຂດແຄມທະເລພາກກາງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:Long Phi/VOV)

ຕອນເຊົ້າວັນທີ 12 ສິງຫາ, ຢູ່ນະຄອນ ຍາຈາງ, ແຂວງ ແຄ໋ງຮ່ວາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ປະທານສະພາປະສານງານເຂດທິດເໜືອພາກກາງ ແລະ ເຂດແຄມທະເລພາກກາງ, ເປັນປະທານກອງປະຊຸມຄັ້ງທີ 1 ຂອງສະພາ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ: ທິດເໜືອພາກກາງ ແລະ ເຂດແຄມທະເລພາກກາງ, ລວມມີ 14 ແຂວງ, ນະຄອນ, ແມ່ນເຂດມີທີ່ຕັ້ງຍຸດທະສາດສຳຄັນພິເສດດ້ານເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ການໂອ້ລົມສົນທະນາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ຕາມທ່ານຮອງນາຍົກລັດຖະມົນຕີ ແລ້ວ, ຄວນເປັນເຈົ້າພາບເສີມຂະຫຍາຍບັນດາທ່າໄດ້ປຽບຈາກບັນດາປັດໄຈພາຍໃນ ແລະ ພາຍນອກ; ກຳໄດ້ລະດັບບັນດາເຂດພັດທະນາເທື່ອລະກ້າວ, ປະກອບສ່ວນສ້າງການພັດທະນາດຸ່ນດ່ຽງ ແລະ ປອງດອງກັບບັນດາເຂດໃນບໍລິເວນທົ່ວປະເທດ.

        ລັດຖະບານໄດ້ອະນຸມັດຜ່ານໜ້າທີ່ວາງແຜນຜັງເຂດທິດເໜືອພາກກາງ ແລະ ເຂດແຄມທະເລພາກກາງ ໄລຍະ 2021 – 2023, ວິໄສທັດຮອດປີ 2050. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກໍ່ສະເໜີບັນດາທ້ອງຖິ່ນຍູ້ແຮງການເຊື່ອມຕໍ່ເຂດ, ລະຫວ່າງເຂດກັບບັນດາເຂດອື່ນພາຍໃນປະເທດ, ຖືການເຊື່ອມຕໍ່ເຂດແມ່ນທ່າອ່ຽງສຳຄັນ, ແມ່ນກຳລັງໜູນນຳພາການພັດທະນາຂອງບັນດາທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ