ຂີດໝາຍອັນດີງາມໃນການພົວພັນສອງຝ່າຍ ຫວຽດນາມ - ອາເມລິກາ

(VOVWORLD) - ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າ ໃນພາກພື້ນຂອງ ອາເມລິກາ.
ຂີດໝາຍອັນດີງາມໃນການພົວພັນສອງຝ່າຍ ຫວຽດນາມ - ອາເມລິກາ - ảnh 1ບັນດາຜູ້ແທນຖ່າຍຮູບທີ່ລະນຶກ ທີ່ພິທີ
(ພາບ: Nguyễn Dung/VOV)

ດ້ວຍຄວາມຢຶດໝັ້ນ ແລະ ໄວ້ເນື້ອເຊື່ອໃຈ, ຫວຽດນາມ ແລະ ອາເມລິກາ ໄດ້ກາຍເປັນຄູ່ຮ່ວມມືຮອບດ້ານຢ່າງແທດຈິງ, ສ້າງຂີດໝາຍດ້ວຍບັນດາຜົນງານໃນການພັດທະນາການພົວພັນສອງຝ່າຍ. ນັ້ນແມ່ນຄຳເຫັນຂອງທ່ານນາງ ຫງວຽນທິງອັກເຟື້ອງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ນະຄອນ ໂຮ່ຈີມິນ, ໃນການພົບປະສັງສັນໂດຍສະຫະພັນບັນດາອົງການມິດຕະພາບ ນະຄອນ ໂຮ່ຈີມິນ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ທີ່ຈັດຂຶ້ນໃນວັນທີ 12 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ. ເຫດການດັ່ງກ່າວເພື່ອແນໃສ່ສະເຫຼີມສະຫຼອງວັນເອກະລາດຂອງ ອາເມລິກາ ຄົບຮອບ 247 ປີ (4/7/1776 4/7/2023).

        ທ່ານນາງ ຫງວຽນທິງອັກເຟື້ອງ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າ ໃນພາກພື້ນຂອງ ອາເມລິກາ. ມາຮອດປະຈຸບັນ, ຝ່າຍ ອາເມລິກາ ໄດ້ລົງທຶນຈຳນວນເງິນນັບຕື້ໂດລາສະຫະລັດ ເຂົ້າໃນການກຳຈັດທາດພິດສີສົ້ມ/ດີໂອຊິນ ແລະ ບັນດາບັນຫາທີ່ຍັງຕົກຄ້າງພາຍຫຼັງສົງຄາມ. ຜ່ານນັ້ນ ກໍ່ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມເພື່ອແນໃສ່ປັບປຸງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບມີປະສິດທິຜົນ ແລະ ແທດຈິງ.

        ສ່ວນທ່ານນາງ Natella Svistunova, ທູດວັດທະນະທຳ - ການສື່ສານ, ສະຖານກົງສູນໃຫຍ່ ອາເມລິກາ ປະຈຳ ນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ: ປີນີ້, ໄດ້ສະເຫຼີມສະຫຼອງ 10 ປີແຫ່ງວັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ (2013 – 2023), ແລະ ການພັດທະນາສອງຝ່າຍແມ່ນພື້ນຖານເພື່ອໃຫ້ສອງປະເທດຍູ້ແຮງການຮ່ວມມື, ພ້ອມກັນແກ້ໄຂບັນດາບັນຫາທົ່ວໂລກ ເພື່ອການພັດທະນາຂອງສອງປະເທດໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ