ຂໍ້ຕົກລົງຢຸດຍິງ ຢູ່ອີເອແມນສືບຕໍ່ຖືກທຳລາຍ

ຂໍ້ຕົກລົງຢຸດຍິງ ຢູ່ອີເອແມນສືບຕໍ່ຖືກທຳລາຍ - ảnh 1
(ພາບປະກອບ: AFP/TTXVN)

(vovworld) - ຢ່າງ​ໜ້ອຍ​ສຸດ​ກໍ່​ມີ 15 ຄົນ​ເສຍ​ຊີວິດ ​ແລະ ຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈ​ັບ​ໃນ​ການ​ປະ​ທະ​ກັນ​ຢູ່ Taez ທາງ​ພາກ​ໃຕ້ ອີ​ເອ​ແມນ, ວັນ​ທີ 15/5, ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ສັ່ງ​ຢຸດ​ຍິງ​ມະນຸດສະທຳ​ທີ່​ແກ່ຍາວ​ເປັນ​ເວລາ 5 ວັນ, ​ເຊິ່ງ​ເລີ່​ມ​ແຕ່​ວັນ​ທີ 12/5. 11 ມື​ປືນ​ຂອງ​ພວກ​ກະບົດ Houthi ​ໄດ້​ເຂົ້າ​ຮ່ວມ​ການ​ປະ​ທະ​ກັນ​ນີ້. ສ່ວນ​ຢູ່​ນະຄອນ​ທ່າ​ທາງ​ພາກ​ໃຕ້ ອາ​ແດນ, ບັນດາ​ມື​ປື Houthi ກໍ່​ມີ​ການ​ປະ​ທະ​ກັນ​ດ້ວຍ​ປືນ ​ແລະ ປືນ​ໃຫຍ່​ປະ​ເພດ​ໜັກ​ກັບ​ກຳລັງ​ຈົ່ງ​ຮັກ​ພັກດີ​ກັບ​ປະທານາທິບໍດີ Hadi.

ຂ່າວ/ບົດ​ອື່ນ