ຂໍ້​ຕົກ​ລົງ​ຮ່ວມ​ມື​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຊຸກ​ຍູ້​ການ​ຄຸ້ມ​ຄອງ​ເຄື່ອງ​ຫຸ້ມ​ຫໍ່​ແບບ​ຍື​ນ​ຍົງ

(VOVWORLD) - ຕອນບ່າຍວັນທີ 8 ທັນວາ, ພິທີປະກາດຂໍ້ຕົກລົງວ່າດ້ວຍການຮ່ວມມືກ່ຽວກັບການໂຄສະນາ, ເຜີຍແຜ່ ແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຊຸກຍູ້ການຄຸ້ມຄອງເຄື່ອງຫຸ້ມຫໍ່ແບບຍືນຍົງລະຫວ່າງ ກົມໃຫຍ່ສິ່ງແວດລ້ອມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມກັບບໍລິສັດ Nestlé ຫວຽດນາມ ຈຳກັດ ຖືກຈັດຂຶ້ນໂດຍກົງສົມທົບແບບທາງໄກ.
ຂໍ້​ຕົກ​ລົງ​ຮ່ວມ​ມື​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຊຸກ​ຍູ້​ການ​ຄຸ້ມ​ຄອງ​ເຄື່ອງ​ຫຸ້ມ​ຫໍ່​ແບບ​ຍື​ນ​ຍົງ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີລົງນາມຂໍ້ຕົກລົງ (ພາບ:baotainguyenmoitruong.vn)

ການປະກາດຂໍ້ຕົກລົງແມ່ນເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້, ຄວາມຮັບຜິດຊອບຂອງເຈົ້າກຳໃນວຽກງານປົກປັກຮັກສາສິ່ງແວດລ້ອມ, ໂດຍສະເພາະແມ່ນປະຊາຄົມວິສາຫະກິດ ແລະ ທົ່ວສັງຄົມ ໃນການຊຸກຍູ້ບັນດາຂໍ້ລິເລີ່ມ, ຮູບແບບພັດທະນາເສດຖະກິດໝູນວຽນ; ການນຳໃຊ້ ແລະ ຜະລິດສິ່ງເສດເຫຼືອຄືນໃໝ່; ຄຸ້ມຄອງເຄື່ອງຫຸ້ມຫໍ່ແບບຍືນຍົງຕາມຂະບວນການຄົບວົງຈອນ.

        ເມື່ອແບ່ງປັນກ່ຽວກັບຄຳໝັ້ນສັນຍາຂອງ Nestlé ຫວຽດນາມ, ທ່ານ Binu Jacob, ຜູ້ອຳນວຍການໃຫຍ່ ບໍລິສັດ Nestlé  ຫວຽດນາມ ຈຳກັດ ຖືວ່າ ການປ່ຽນແປງຂອງດິນຟ້າອາກາດ ແມ່ນໜຶ່ງໃນບັນດາເປົ້າໝາຍບຸລິມະສິດໃນການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ ເຊິ່ງ Nestlé  ຫວຽດນາມ ພວມມຸ່ງໄປເຖິງ. ຮອດປີ 2025, 100% ເຄື່ອງຫຸ້ມຫໍ່ຂອງ Nestlé  ສາມາດຜະລິດຄືນໃໝ່ ແລະ ໃຊ້ຄືນໃໝ່ໄດ້; ວາງຄາດໝາຍການນຳໃຊ້ຢາງພະລາດສະຕິກ 100% ໃຫ້ຫຼຸດລົງ 1/3.

 

ຕອບກັບ

ຂ່າວ/ບົດ​ອື່ນ