ຂໍ້ຕົກລົງຮ່ວມມືເປີດກ້ວາງຫຼາຍສະບັບໄດ້ຮັບການລົງນາມ

ຂໍ້ຕົກລົງຮ່ວມມືເປີດກ້ວາງຫຼາຍສະບັບໄດ້ຮັບການລົງນາມ - ảnh 1
ການເຊັນສັນຍາລະຫວ່າງ 2 ຝ່າຍ

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 7/9, ຢູ່​ນະຄອນ ​ໂຮ່ຈີມ​ິນ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຝຣັ່ງ ປະ​ຈຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຝຣັ່ງ - ຫວຽດນາມ. ​ເວທີ​ປາ​ໄສ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​​ໃຫ້​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​​ໄດ້ພົບ​ປະ, ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ສະຖານະການ​ກ່ຽວຂ້ອງ​ເຖິງ​ຕະຫຼາດ ຫວຽດນາມ, ພິ​ເສດ​ໃນ​ຂົງ​ເຂດຜະລິດ​ຕະພັນ​ກະ​ເສດ, ສະບຽງ​ອາຫານ ​ແລະ ສາທາລະນະ​ສຸກ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຫງວຽນ​ແທ່ງ​ຟອງ ​ໃຫ້​ຮູ້​ວ່າ: ການ​ພົວພັນ 2 ຝ່າຍ ລະຫວ່າງ ຫວຽດນາມ - ຝຣັ່ງ ​ໄດ້​ຮັບ​ການເພີ່ມ​ທະວີຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ເລື່ອງ​ປະທານາທິບໍດີ ຝຣັ່ງ Francois Hollande ພວມ​ຢ້ຽມຢາມ ຫວຽດນາມ ​ແມ່ນ​ພະຍານ​ຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນ​ສິ່ງ​ດັ່ງກ່າວ. ທ່ານ ຫງວຽນ​​ແທ່ງ​ຟອງ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າອຳນາດ​ການ​ປົກຄອງ​ນະຄອນ​ຍາມ​ໃດ​ກໍ່​ຮ່ວມ​ເດີນທາງ​ພ້ອມ​ກັບ​ບັນດາ​ນັກ​ລົງທຶນ, ຖື​ຜົນສຳ​ເລັດ​ຂອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ແມ່ນ​ຜົນສ​ຳ​ເລັດ​ຂອງ​ຕົນ:

        “ນະຄອນ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ຈັດ​ຕັ້ງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຂຶ້ນໃນ​ມື້ນີ້ ​ແລະ ຖືນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້ 2 ຝ່າຍ​ຊອກ​ຮູ້ຄວາມ​ຕ້ອງການ​, ຊອກ​ຮູ້ກ່ຽວ​ກັບ​ບັນດາ​ບັນຫາ​​ທີ່​ຄວນເອົາ​ໃຈ​ໃສ່​. ຈາກ​ນັ້ນ, ສ້າງ​ແຜນການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ​ດ້ວຍ​ຄວາມຂະຫຍັນ​ຂັນ​ເຄື່ອນ​ທີ່​ມີ​ຢູ່​ແລ້ວ ​ແລະ ການ​ຮ່ວມ​ມືທີ່ຈິງ​ໃຈ ຂ້າ​ພະ​​ເຈົ້າ​ເຊື່ອ​ໝັ້ນ​ວ່າ ບັນດາ​ວິ​ສາ​ຫະກິດ​ນະຄອນ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​​ເພື່ອນ​ມິດວິ​ສາ​ຫະກິດ ຝຣັ່ງ”

        ຕອນ​ບ່າຍວັນ​ດຽວ​ກັນ, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ດິງ​ລາ​ທັງ ພ້ອມ​ກັບ​ບັນດາ​ການ​ນຳ​ນະຄອນ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານປະທານາທິບໍດີ ສ.ຝຣັ່ງ Francois Hollande, ພວມຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ນະຄອນ ​ໂຮ່ຈີ​ມິນ. ທ່ານ ດິງລາ​ທັງ ປາດ​ຖະໜາ​ຢາກ​ໃຫ້ ຝຣັ່ງ ສືບ​ຕໍ່​ຮັກສາ​ແຫຼ່ງອຸປະຖຳ ODA. ສຳລັບ​ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາບຳລຸງ​ສ້າງ - ວັດທະນະທຳ, ທ່ານ ດິງລາ​ທັງ ປາດ​ຖະໜາ​ວ່າ ຝຣັ່ງ ຈະ​ສືບ​ຕໍ່ສະຫງວນ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ໂຄງການວິ​ສາວະ​ກອນ​ທີ່​ປີຊາ​ສາມາດ ​ແລະ ປະລິ​ຍາ​ຕີທີ່​ມີ​ຄຸນ​ນະພາ​ບສູງ​ຢູ່​ບັນດາ​ມະຫາວິທະຍາ​ໄລ​ໃນ​ບໍລິ​ເວນ​ນະຄອນ ​ໂຮ່ຈີ​ມິນ, ​ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອ ຫວຽດນາມ ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ​ທຸກ​ຂັ້ນ.

        ທ່ານ​ປະທານາທິບໍດີ Francois Hollande ​ເນັ້ນ​ໜັກ​ວ່າໃນ​ວິວັດທະນາ​ການ​ພັດທະນາ​ຂອງ ຫວຽດນາມ, ຝຣັ່ງ ພ້ອມ​ແລ້ວ​ທີ່ຈະ​ໜູນ​ຊ່ວຍ, ​ແນະນຳ​ໃຫ້ ຫວຽດນາມ ບັນດາຂະ​ແໜງ​​ເຕັກ​ໂນ​ໂລ​ຢີດີ​ທີ່​ສຸດ​ຂອງ ຝຣັ່ງ. ພ້ອມ​ທັງ​, ປາດ​ຖະໜາ​ຢາກ​ນຳພາ​ສາ ຝຣັ່ງ ​ມາສິດສອນ​​ໃນ​ບັນດາ​ໂຮງຮຽນ​ຢູ່​ນະຄອນ​ໂຮ່ຈີ​ມິນ ​ແລະ ການຮ່ວມ​ມື​ບຳລຸງ​ສ້າງ ​ພາສາ​ຈະ​​ແມ່ນ​ຂົວ​ຕໍ່​ປະ​ກອບ​ສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເປີດ​ກາລະ​ໂອກາດ​ພົ​ວພັນ​ແລກປ່ຽນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ.


ຂ່າວ/ບົດ​ອື່ນ