ຂັ້ນສູງອາຊີຕາເວັນອອກເພີ່ມທະວີການກໍ່ສ້າງ ແລະ ປັບປຸງຄວາມເຊື່ອໝັ້ນ

ຂັ້ນສູງອາຊີຕາເວັນອອກເພີ່ມທະວີການກໍ່ສ້າງ ແລະ ປັບປຸງຄວາມເຊື່ອໝັ້ນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງທີ່ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊີ​ຕາ​ເວັນ​ອອກ (EAS) ຄັ້ງ​ທີ 9 ຢູ່​ມຽນ​ມ​າ

(vovworld)- ວັນ​ທີ 13/11, ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊີ​ຕາ​ເວັນ​ອອກ (EAS) ຄັ້ງ​ທີ 9 ຢູ່​ມຽນ​ມ​າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ເນັ້ນ​ໜັກ​ວ່າ ວິ​ວັດ​ທະ​ນາ​ການ​ຂັ້ນ​ສູງ ອາ​ຊີ​ຕາ​ເວັນ​ອອກ​ໄດ້​ກາຍ​ເປັນ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນ ແລະ ຂາດບໍ່​ໄດ້​ຂອງ​ໂຄງ​ປະ​ກອບ​ພາກ​ພື້ນ​ຊຶ່ງ​ພວມ​ໄດ້​ສ້າງ​ເປັນ​ຮູບ​ປະ​ທຳ, ໃນ​ນັ້ນ, ອາ​ຊຽນ​ຮັກ​ສາ​ບົດ​ບາດ​ເປັນ​ເຈົ້າ​ພາ​ທາງ. ໃນ​ສະ​ຖາ​ນະ​ການ​ພາກ​ພື້ນ​ທີ່​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​​ສິ່ງທ້າ​ທາຍບໍ່​ແມ່ນ​ໜ້ອຍ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ມີ​ເຄີຍ​ມີ​ມາ ແລະ ບໍ່​ເຄີຍ​ມີ​ມາ​ກ່ອນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຖື​ວ່າ ອາ​ຊີ​ຕາ​ເວັນ​ອອກຄວນມ​ີ​ວິ​ໄສ​ທັດ​ໄລ​ຍະ​ຍາວ​ເພື່ອ​ສ້າງ ໂຄງ​ປະ​ກອບ​ພາກ​ພື້ນເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ນ​ລະ​ພາບ ແລະ ພັດ​ທະ​ນາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ກ່າວ​ວ່າ :

   “ ຂັ້ນ​ສູງ ອາ​ຊີ​ຕາ​ເວັນ​ອອກ, ໃນ​ຖາ​ນະ​ແມ່ນ​ເວ​ທີ​ສົນ​ທະ​ນາ​ຂອງ​ບັນ​ດາ​ການ​ນຳ, ຄວນ​ເພີ່ມ​ທະ​ວີ​ການ​ທາບ​ທາມ, ສົນ​ທະ​ນາ ແລະ ຮ່ວມ​ມື​ກ່ຽວ​ກັບ​ບັນ​ດາບ​ັນ​ຫາທີ່​ກ່ຽວ​ຂ້ອງ​ເຖິງ​ສັນ​ຕິ​ພາບ, ຄວາມ​ສະ​ຫງົບ ແລະ ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ, ພິ​ເສດ​ກ່ຽວ​ກັບ​ການ​ກໍ່​ສ້າງ ແລະ ປັບ​ປຸງ​ຄວ​າມ​ເຊື່ອ​ໝັ້ນ, ຄວາມ​ໄວ​້​ວາງ​ໃຈ ແລະ ເຂົ້າ​ອົກ​ເຂົ້າໃຈ​ຊຶ່ງ​ກັນ ແລະ ກັນ​ໃນ​ພາກ​ພື້ນ. ພວກ​ເຮົາ​ຄວນ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ເພື່ອກໍ່​ສ້າງ ແລະ ແບ່ງ​ປັນ​ບັນ​ດາ​ຂໍ້​ກຳ​ນົດ ແລະ ມາດ​ຖານ​ການ​ປະ​ພຶດ​ລວມ​ໃນ​ພາກ​ພື້​ນ ບົນ​ພື້ນ​ຖານ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ ແລະ ບັນ​ດາ​ສັນ​ຍາ​ທີ່​ບັນ​ລຸ​ໄດ້​. ”

   ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຢືນ​ຢັນ​ອີກ​ເທື່ອ​ໜຶ່ງວ່າ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ປອດ​ໄພ, ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ, ການ​ບິນ​ແມ່ນ​ຜົນ​ປະ​ໂຫຍດ ແລະ ຄວາມ​ສັນ​ໃຈ​ຮ່ວມ. ບັນ​ດາ​ປະ​ເທດ​ຄວນ​ຍູ້​ແຮງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ສາກົນ, ແກ້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ບໍ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດຫຼື​ນາບ​ຂູ່ນຳ​ໃຊ້​ກຳ​ລັງ​ອາ​ວຸດ, ປະ​ຕິ​ບັດ​ຕາມ DOC ແລະ ຊຸກ​ຍູ້​ການ​ເຈ​ລະ​ຈາ​ເພື່ອບັນ​ລຸ COC ໂດຍ​ໄວ. 
ຂ່າວ/ບົດ​ອື່ນ