ຂົວຕໍ່ແລກປ່ຽນການຄ້າຢ່າງມີປະສິດທິຜົນ

ຂົວຕໍ່ແລກປ່ຽນການຄ້າຢ່າງມີປະສິດທິຜົນ - ảnh 1
ສະ​ເຫຼີມ​ສະຫຼອງ ວັນ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ຄັ້ງ​ທີ 12 ຢ່າງ​ສົມ​ກຽດ

(vovworld)- ຕອນ​ຄ່ຳ ​ວັນ​ທີ 13/10, ຢູ່​ນະ​ຄອນຫຼວງວຽງ​ຈັນ ປະ​ເທດ​ລາວ, ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຮ່ວມ​ມື ແລະ ລົງ​ທຶນ ປະ​ຈຳ​ລາວ ໄດ້ສະ​ເຫຼີມ​ສະຫຼອງ ວັນ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ຄັ້ງ​ທີ 12 ຢ່າງ​ສົມ​ກຽດ. ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ, ທ່ານ ຫງວຽນ​ເທ໊ຫ່ຽນ, ປະ​ທານ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຮ່ວມ​ມື ແລະ ລົງ​ທຶນ ​ຢູ່​ລາວ ​ໄດ້​ຫວນ​ຄືນ ​ວິ​ວັດ​ແຫ່ງ​ການ​ເຕີບ​ໃຫຍ່​ ແລະ ພັດ​ທະ​ນາ ກໍ່​ຄື​ບັນ​ດາ​ຜົນ​ງານ​ທີ່​ບັນ​ດາ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ຢູ່​ລາວ​​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ. ​ໂດຍໄດ້​ຮັບ​ການ​ສ້າງ​ຕັ້ງ​ຂື້​ນ​ໃນ​ປີ 2010, ປັດ​ຈຸ​ບັນ ​ວິ​ສາ​ຫະ​ກິດຫວຽດ​ນາມ ​ຮ່ວມ​ມື​ ແລະ ລົງ​ທຶນ ​ຢູ່ລາວ ມີສະ​ມາ​ຊິກ ຫຼາຍ​ກ່​ວາ 300 ແຫ່ງ ເຄື່ອນ​ໄຫວ​ໃນ​ທົ່ວ​ປະ​ເທດ​​ລາວ. ​ມາເຖິງ​ປັດ​ຈຸ​ບັນ​, ຍອດ​ເງິນ​ລົງ​ທຶນ​ທີ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ລົງ​ທຶນ  ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ​ເຂົ້າ​ລາວ ບັນ​ລຸ​ກ່​ວາ 5 ຕື້ USD, ຈັດ​ອັນ​ດັບ​ທີ 3 ໃນ​​ຈຳ​ນວນບັນ​ດາ​ປະ​ເທດ​ລົງ​ທຶນ​ຢູ່​ປະ​ເທດນີ້.

         ແລະ ກໍ່​ທີ່​ພິ​ທີ, ທ່ານ ນາງ ເຂັມ​ມະ​ນ​ີ ພົນ​ເສ​ນາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ​ໄດ້ຍ້ອງ​ຍໍ ແລະ ຕີ​ລາ​ຄາ​ສູງ ​ບັນ​ດາ​ຜົນ​ງານ​ທີ່​ດີ​ເດັ່ນ ​ກໍ່​ຄື​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ລາວ ໃນ​ຊຸມ​ປີ​ຜ່ານ​ມາ; ພ້ອມ​​ທັງ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ​ຈະ​ສືບ​ຕໍ່​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນຫຼາຍ​ກ່​ວາ​ອີກ ບໍ່​ພຽງ​ແຕ່​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ລາວເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ລາວ​ເຊື່ອມ​ໂຍງ​ເຂົ້າ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ ແລະ ສາ​ກົນ​ໃຫ້​ດີ​​ກ່​ວາອີກ. ທ່ານ ນາງ​ ລັດ​ຖະ​ມົນ​ຕີ ເຂັມ​ມະ​ນີ ​ພົນ​ເສ​ນາ  ກໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ: ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ ເພື່ອ​ໃຫ້​ບັນ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ທີ່​ພວມ​ເຄື່ອນ​ໄຫວ, ລົງ​ທຶ​ນ ແລະ ດຳ​ເນີນ​ທຸ​ລະ​ກິດ ໃນປະ​ເທດ​ລາວໄດ້​ຮັບ​ຜົນ​ສຳ​ເລັດຫຼາຍ​ຕື່ມ​ອີກ.

ຂ່າວ/ບົດ​ອື່ນ