ຂອງຂວັນປີໃໝ່ ຈາກດິນຕໍ່ແຜ່ນ ມາຍັງເກາະ ຕຽນໜື

ໂດຍເບິ່ງ​ແຍງ​ດູ​ແລ​​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ໃນ​ໝູ່​ເກາະ ​ເຈື່ອງ​ຊາ​ຢ່າງ​ແທດ​ຈິງ, ກອງ​ບັນຊາ​ການ​ທະຫານເຂດ 4, ​ເຫຼົ່າ​ທັບ​ເຮືອ ​ໄດ້​ຈັດ​ຕັ້ງ​ການຂົນ​ສົ່ງ​ສິນ​ຄ້າ ​ເພື່ອ​ຮັບ​ໃຊ້​ນັກຮົ​ບ ​ແລະ ປະຊາຊົນ ​ເຈື່​ອງຊາ​ໃນ​ໂອກາດ​ປີ​ໃໝ່ 2012 ​ແລະ ປີ​ໃໝ່​ປະຈຳ​ຊາດປີ​ມະ​ໂຮງ, ​ເມື່ອຕ້ອນຮັບ​ຂອງ​ຂັວນຈາກ​ດິນ​ຕໍ່​ແຜ່ນ​ສົ່ງ​ມາ​, ນັກຮົບໜຸ່ມ ກາວ​ຟີ​ຮຸ່ງ, ບ້ານ​ເກີດ​ຢູ່ ບຽນ​ຮ່ວາ, ​ແຂວ​ງດົ່ງ​ນາຍ ​ເວົ້າ​ວ່າ: ປີ​ໃໝ່​ຢູ່ ​ເກາະຕຽນ​ໜື​ເຊິ່ງແມ່ນ​ເກາະ​​ໜຶ່ງ​ທີ່​​ໃກສຸດ​ຂອງ​ໝູ່​ເກາະ ​ເຈື່ອງ​ຊາ, ກໍ່​ມີ​ເຄື່ອງ​ຂອງ​ຢ່າງ​ຄົບ​ຖ້ວນ​ບໍ່​ຕ່າງກັບ​ຢູ່ດິນ​ຕໍ່​ແຜ່ນ. ນັກຮົບ ກາວ​ຟີ​ຮຸ່ງ ​ເວົ້າ​ວ່າ:

“​​ໂດຍໄດ້​ຮັບຄວາມ​​ເອົາ​ໃຈ​ໃສ່​ຈາກ​ພັກ ​ແລະ ລັດທີ່​ຝາກ​ຂອງ​ຂວັນມາ​​ໃນ​ໂອກາດ​ປີ​ໃໝ່, ພະນັກງານ, ນັກຮົບ​ຮູ້ສຶກມ່ວນ​ຊື່ນ​ຫຼາຍ, ພະນັກງານ, ນັກຮົບ ​ຈະ​ມີ​ຄວາມ​ອຸ່ນ​ອ່ຽງ​ໃຈ ​ເພື່ອ​ປົກປັກ​ຮັກ​ສາ​ອະທິປະ​ໄຕ​ໝູ່​ເກາະ​ທະ​ເລ​ຂອງ​ປະ​ເທດ​ຊາດ”

ຮ້ອຍ​ຕີ ຫງວຽນ​ວັນ​​ເກ໋ວ, ຮອງ​ຫົວໜ້າ​ເກາະ ຕຽນ​ໜື​ໃຫ້​ຮູ້​ວ່າ: ​ແຕ່ລະ​ປີ, ພະນັກງານ, ນັກຮົບ​ໃນ​ເກາະມີ​ຊຸມ​ວັນ​ປີ​ໃໝ່​ປະຈຳ​ຊາ​ດ ດ້ວຍ​ຈິດ​ໃຈ: ມ່ວນ​ຊື່​ນ, ປອດ​ໄພ, ປະຢັດ ​ແລະ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ຕໍ່ສູ້​ໃນ​ທຸກ​ໆ​ກໍລະ​ນີ

“​ເຖິງ​ວ່າ​ແມ່ນ​ເກາະ​ຫ່າງ​ໃກກໍ່ຕາມ, ​ແຕ່ລະບອບ​ຂອງ​ກອງທັບ​ຍັງ​ໄດ້​ຮັກ​ສາ​ໄວ້ ​ແລະ ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ທີ່​ສຸດດັ່ງ​ນັ້ນ. ພວກ​ເຮົາ​ຈົ່ງຮັບ​ມື​ກັບທຸກ​ກໍລະນີ ປົກປັກ​ຮັກສາ​ໝູ່​​ເກາະ​ທະ​ເລ​ຢ່າງ​ໝັ້ນຄົງ​ໄດ້”.

ຂ່າວ/ບົດ​ອື່ນ