ຂອງຂວັນໃນໂອກາດບຸນປີໃໝ່ຈາກເຂດດິນຕໍ່ແຜ່ນຝາກມານັກຮົບຢູ່ເກາະເຈື່ອງຊາ
(ພາບປະກອບ)
(vovworkd) - ຕອນບ່າຍວັນທີ 7/1, ຂອງຂວັນໃນໂອກາດບຸນປີໃໝ່ປະຈຳຊາດຖ່ຽວທຳອິດ ໂດຍກຳ່ປັ່ນ HQ 571 ຂົນສົ່ງຈາກດິນຕໍ່ແຜ່ນ ໄດ້ມາຮອດເກາະເຈື່ອງຊາຕາເວັນອອກທີ່ຂຶ້ນກັບເມືອງເກາະເຈື່ອງຊາ.
ຂອງຂວັນສ່ວນຫຼາຍແມ່ນສະບຽງອາຫານ, ເຄື່ອງໃຊ້ທີ່ຈຳເປັນຮັບໃຊ້ຄວາມຕ້ອງການຂອງພະນັກງານ, ນັກຮົບໃນໂອກາດບຸນປີໃໝ່ປະຈຳຊາດ. ພັນຈັດຕະວາ ຮ່ວາງແທງຕູ໋, ຫົວໜ້າເກາະເຈື່ອງຊາຕາເວັນອອກ, ໃຫ້ຮູ້ວ່າ, ຂອງຂວັນເຫຼົ່ານັ້ນສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ, ກະຊວງປ້ອງກັນປະເທດ ແລະ ປະຊາຊົນທີ່ມີຕໍ່ພະນັກງານ, ນັກຮົບໃນເກາະ, ຊ່ວຍໃຫ້ບັນດານັກຮົບໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດຢ່າງຄົບຖ້ວນຄືດັ່ງຢູ່ເຂດດິນຕໍ່ແຜ່ນ. ນີ້ກໍ່ແມ່ນແຫຼ່ງປຸກລະດົມກຳລັງໃຈ ເພື່ອໃຫ້ພະນັກງານນັກຮົບໃນເກາະອຸ່ນອ່ຽນໃຈປະຕິບັດໜ້າທີ່, ປົກປັກຮັກສາເກາະ, ທະເລແຫ່ງສັກກະລະບູຊາຂອງປະເທດຊາດ.