ຂໍ້ອ້າງຂອງຈີນ ແມ່ນບໍ່ເປັນໜ້າໄວ້ເນື້ອເຊື່ອໃຈນັບທັງໃນຕົວຈິງ ແລະ ດ້ານກົດໝາຍ

ຂໍ້ອ້າງຂອງຈີນ ແມ່ນບໍ່ເປັນໜ້າໄວ້ເນື້ອເຊື່ອໃຈນັບທັງໃນຕົວຈິງ ແລະ ດ້ານກົດໝາຍ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູ​ດຫວຽດນາມ ປະຈຳ​ອົດສຕາ​ລີ ​ເລືອ​ງ​ແທງ​ຫີ້ງ
(ພາບ: TTXVN)


(vovworld) –  ໜັງ​ສື​ພິມ “The Australian” ສະບັບ​ອອກ​ວັນ​ທີ 17/06 ​ໄດ້​ລົງ​ພິມ​ບົດ​ຂຽນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູ​ດຫວຽດນາມ ປະຈຳ​ອົດສຕາ​ລີ ​ເລືອ​ງ​ແທງ​ຫີ້ງ ດ້ວຍ​ຫົວ​ຂໍ້ “ກົດໝາຍ​ທະ​ເລ ​ແລະ ກຳນົດ​ການ​ກະທຳ​ຂອງ​ປະ​ເທດຕ່າງໆ​”, ​ໃນ​ນັ້ນ​ຢືນຢັນ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທີ​ວີ​ບຂອງ​ຫວຽດນາມ ​ແມ່ນ​ການ​ກະທຳ​ເກາະ​ຜິດ ​ແລະ ສືບ​ຕໍ່​ປິນຂັ້ນ​ໄດ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ໂດຍ​ຄັດ​ສະ​ເໜີ​ບັນດາ​ຂໍ້​ກຳນົດ​ໃນ​ສັນ​ທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS) ​ເຊິ່ງທັງ​ຫວຽດນາມ ​ແລະ ຈີນ ລ້ວນ​ແຕ່​ເປັນ​ສະມາຊິກ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລືອ​ງ​ແທງ​ຫງີ້ ຊີ້​ແຈ້ງວ່າ ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໃນ​ບໍລິເວນ​ຫາງ​ຈາກ​ເສັ້ນ​ພື້ນຖານ​ຂອງ​ຫວຽດນາມ ​ແຕ່ 120 – 150 ​ໄມ້​ທະ​ເລ ​​ແມ່ນ​ໄດ້​ລະ​ເມີດ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຫວຽດນາມ ຢ່າງ​ຈະ​ແຈ້ງ ​ແລະ ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ. ຈີນ​ຕັ້ງໃຈເມີນເສີຍຕໍ່ 3 ສະພາບ​ຕົວຈິງ​ທີ່​ສຳຄັນ​ນັ້ນ​ແມ່ນ: ທີ່​ໜຶ່ງ ຫວຽດນາມ ມີ​ພື້ນຖານ​ດ້ານ​ປະຫວັດສາດ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ພື້ນຖານ​ດ້ານ​ກົດໝາຍ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຢ່າງ​ລຽນຕິດ, ມີ​ປະສິດທິ​ຜົນ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຂອງ​​ອຳນາດ​ການ​ປົກຄອງ​ສະໄໝຕ່າງໆຂອງ ຫວຽດນາມ ​ຢ່າງ​ຊ້າແມ່ນນັບແຕ່​ສະຕະວັດ​ທີ 17. ທີ່ 2, ໝູ່​ເກາະ ຮ່ວາງ​ຊາ ຖືກ​ຈີນ ​ນຳ​ໃຊ້ອາວຸດ​ເພື່ອຢືດຄອງ​ ​ເມື່ອ​ປີ 1974, ບໍ່ມີ​ເວລາ​ໄດ​ທີ່​ຫວຽດນາມ ​ຮັບ​ຮູ້​ການ​ຢືດຄອງ​ຢ່າງ​ຜິດ​ກົດໝາຍ​ຂອງ​ຈີນ ​ແລະ ຢັ້ງຢືນອະທິປະ​ໄຕ​ຂອງ​ຕົນ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ຢ່າງ​ລ່ຽນຕິດ. ທີ 3 ​ແມ່ນ, ຄວາມຮຽກຮ້ອງ​ກ່ຽວ​ກັບ “ສິດ​ປະ​ຫວັດ​ສາດ” ບໍ່​ເໝາະ​ສົມ​ກັບ​ບັນດາ​ຂໍ້​ກຳນົດ​ຂອງ UNCLOS. ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ ບັນດາ​ຂໍ້​ອ້າງ​ຂອງ​ຈີນ ສຳລັບ​ເລື່ອງ​ຕັ້ງຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ​ແມ່​ນບໍ່​ເປັນໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ທັງ​ໃນ​ຕົວ​ຈິງ ​ແລະ ດ້ານກົດໝາຍ.

ຂ່າວ/ບົດ​ອື່ນ