ຂະບວນການ ”ຢືດເອົາ Wall Street” ສືບຕໍ່ເກີດຂຶ້ນຢູ່ ອາເມລິກາ

ຂະບວນການ ”ຢືດເອົາ Wall Street” ສືບຕໍ່ເກີດຂຶ້ນຢູ່ ອາເມລິກາ - ảnh 1
 ( ການ​ແຫ່​ຂະ​ບວນປະ​ທ້ວງເກີດ​ຂຶ້ນ​​ຢູ່ ອາ​ເມ​ລິ​ກາ )

(​vov world). ໃນ 2 ມື້​ທີ່​ຜ່ານ​ມາ, ຂະ​ບວນການ ”ຢືດ​ເອົາ Wall Street” ສືບ​ຕໍ່​ເກີດ​ຂຶ້ນ​ຢູ່ ອາ​ເມ​ລິ​ກາ, ຂະນະ​ທີ່​ການ​ແຫ່​ຂະ​ບວນປະ​ທ້ວງເກີດ​ຂຶ້ນ​ຢູ່​ຫຼາຍ​ນະຄອນ​ຄື: Oakland, ລັດ California; ນະຄອນ Charlotte, ລັດ North Carolina, ນະຄອນ​ນິວຢອກ ​ແລະ ນະຄອນ Des Moines, ​ເມືອງ​ເອກ​ຂອງລັດ Iowa. ກຳລັງ​ຕຳ​ຫຼວດຕ້ອງ​ນຳ​ໃຊ້​ອາວຸດ ​ເພື່ອ​ຍຸບ​ເລິກ ​ແລະ​ຈັບ​ຕົວ​ຜູ້​ແຫ່​ຂະ​ບວນປະ​ທ້ວງນັບ​ຮ້ອຍ​ຄົນ. ການ​ແຫ່​ຂະ​ບວນປະ​ທ້ວງ ລ້ວນ​ແຕ່​ເກີດ​ຂຶ້ນ​ໃນ​ວັນ ”ຕໍ່ຕ້ານ​ທົ່ວ​ປະ​ເທດ” ຄື​ວັນ​ທີ 30/1. ວັນ​ທີ 29/1, ກຳລັງ​ຕຳຫຼວດ​ນະຄອນ Oakland ປຸກລະດົມ​ຕຳຫຼວດ ​ແລະ​ ກຳລັງ​ທີ່​ກ່ຽວຂ້ອງ​​ນັບ​ພັນ​ຄົນ ​ເພື່ອ​ປາບ​ປາມ​ຜູ້​ແຫ່​ຂະ​ບວນ. ນີ້​ແມ່ນ​ເຫດການ​ທີ່​ມີ​ຈຳນວນ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຖືກ​ຈັບ​ຕົວ​ຫຼາຍ​ທີ່​ສຸດ​ນັບ​ແຕ່​ເດືອນ 9/2011 ​ເມື່ອ​ຂະ​ບວນການຢືດ​ເອົາ Wall Street ລະ​ເບີ​ດຂຶ້ນ​ຢູ່​ນະຄອນ ນິວຢອກ ​ແລະ ​ແຜ່​ຂະຫຍາຍ​ໄປ​ທົ່ວ 50 ລັດ​ຂອງ ອາ​ເມ​ລິ​ກາ ​ກໍ່​ຄື​ນັບ​ຮ້ອຍ​ນະຄອນ​ຢູ່​ໃນ​ໂລກ ​ເພື່ອ​ຄັດຄ້ານ​ບັນດາ​ນະ​ໂຍບາຍ ​ແລະ​ ກົດ​ໝາຍທີ່​ໄຮ້​ເຫດຜົນ​ຂອງ​ເສດຖະກິດ​ທຶນນິຍົມ, ​ເຊິ່ງພຽງ​ແຕ່​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຜູ້​ຮັ່ງມີ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ