ຂະບວນການບໍລິຈາກເລືອດປີ 2018: ວັນບຸນບໍລິຈາກເລືອດ “ຢາດເລືອດແດງຢູ່ເຂດພູພຽງ”

(VOVWORLD) -ລາຍການດັ່ງກ່າວ ມີລັກສະນະມະນຸດສະທຳ, ສະແດງໃຫ້ເຫັນຈິດໃຈແຫ່ງຄວາມຮັກແພງ, ພ້ອມກັນເຊື່ອມຕໍ່ສາຍເລືອດຫວຽດຂອງປະຊາຊົນແຂວງຢາລາຍ.

ຂະບວນການບໍລິຈາກເລືອດປີ 2018: ວັນບຸນບໍລິຈາກເລືອດ “ຢາດເລືອດແດງຢູ່ເຂດພູພຽງ” - ảnh 1 ເຊີດຊູຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈຢູ່ແຂວງຢາລາຍ

(ພາບ: moitruongvadothi.vn)

ວັນທີ 26 ມິຖຸນາ, ລາຍການຂະບວນການບໍລິຈາກເລືອດ ໄດ້ຈັດຕັ້ງວັນບຸນບໍລິຈາກເລືອດ “ຢາດເລືອດແດງຢູ່ເຂດພູພຽງ” ທີ່ເມືອງ ຈືປັນ, ແຂວງຢາລາຍ ຂອງຫວຽດນາມ, ອັນ ໄດ້ດຶງດູດປະຊາຊົນ, ພະນັກງານ, ພາລະກອນ, ລັດຖະກອນ, ຊາວຜູ້ອອກແຮງງານກວ່າ 500 ຄົນ ເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈ  ແລະ ໄດ້ຮັບເລືອດບໍລິຈາກກວ່າ 330 ຖົງ.

        ນີ້ແມ່ນຄັ້ງທີ 3 ທີ່ລາຍການ  “ຂະບວນການບໍລິຈາກເລືອດ” ໄດ້ຈັດຕັ້ງຢູ່ແຂວງ ຢາລາຍ ຢ່າງລຽນຕິດ ເຊິ່ງໄດ້ປະກອບສ່ວນສຳຄັນໃນວຽກງານປິ່ນປົ່ວ, ສຸກເສີນໃຫ້ຄົນເຈັບ. ລາຍການດັ່ງກ່າວ ມີລັກສະນະມະນຸດສະທຳ, ສະແດງໃຫ້ເຫັນຈິດໃຈແຫ່ງຄວາມຮັກແພງ, ພ້ອມກັນເຊື່ອມຕໍ່ສາຍເລືອດຫວຽດຂອງປະຊາຊົນແຂວງຢາລາຍ.

        ຜ່ານການຈັດຕັ້ງມາເປັນເວລາ 5 ປີ, ລາຍການຂະບວນການບໍລິຈາກເລືອດ ໄດ້ດຳເນີນຢູ່ 46 ແຂວງ, ນະຄອນ ໃນທົ່ວປະເທດ. ສະເພາະປີ 2018, ລາຍການນີ້ ໄດ້ດຳເນີນຢູ່ 26 ແຂວງ, ນະຄອນ.


ຕອບກັບ

ຂ່າວ/ບົດ​ອື່ນ