ຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່“

ຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່“ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ
​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ​ໃຫ້ 13 ​ແຂວງ)

(vovworld) - ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ 9, ຕອນ​ບ່າຍ​ວັນ​ທີ 6/12, ຢູ່​ຮ່າ​ໂນ​້ຍ, ​ໄດ້​ຈັດ​ລາຍການ​ຍ້ອງຍໍ, ​ເຊີດ​ຊູ​ບັນດາ​ໝູ່​ຄະນະ​ທີ່​ດີ​ເດັ່ນ​ໃນ​ຂະ​ບວນການ​ແຂ່ງ​ຂັນ “ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່“. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ປະທານ​ສະພາ​ແຂ່ງຂັນ - ຍ້ອງຍໍ, ​ໄດ້​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ​ໃຫ້ 13 ​ແຂວງ, ນະຄອນ​ສັງກັດ​ສູນ​ກາງ​ເຊັ່ນ: ນະຄອນ​ຮ່າ​ໂນ້ຍ, ນະຄອນ​ໂຮ່ຈີ​ມິນ, ​ແຂວງ​ທ໋າຍງວຽນ, ນາມ​ດິ້ງ, ກວາງ​ນິງ, ຮ່າ​ຕິ້ງ…. ​ແລະ​ມອບ​ຄັນ​ທຸງ​ແຂ່ງຂັນ​ຂອງ​ລັດຖະບານ​ໃຫ້ 10 ​ເມືອງ​ທີ່​ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ​ໄດ້​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ​ໃຫ້ 14 ກະຊວງ, ຄະນະ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ສູນ​ກາງ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ມອບ​ໃບ​ຍ້ອງຍໍ​ຂອງ​ລັດຖະບານ​ໃຫ້ 60 ຕາ​ແສງ​ທີ່​ບັນລຸ​ມາດຖານ​ຊົນນະບົດ​ໃໝ່.

​ປະຕິບັດ​ຂະບວນການ “ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່“ ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ປະທານ​ສະພາ​ແຂ່ງຂັນ - ຍ້ອງຍໍສູນ​ກາງ ປຸກລະດົມໃນ 5 ປີຜ່ານມາ (2011-2015) ຂະ​ບວນການ​ໄດ້​ປະກົດ​ມີ​ຫຼາຍ​ຮູບ​ແບບ, ​ແບບຢ່າງ​ທີ່​ດີ​ເດັ່ນ, ວິທີ​ເຮັດ​ຢ່າງ​ມີ​ປະສິດທິ​ຜົນ, ອັນ​ໄດ້​ເຮັດ​ໃຫ້​​ໂສມ​ໜ້າ​ຊົນນະບົດ​ມີ​ການ​ປ່ຽນ​ແປງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ​ໄລ່​ຮອດ​ເດືອນ 11/2015, ທົ່ວ​ປະ​ເທດ​ມີ 10 ​ເມືອງ ​ແລະ 1.200 ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ຄາດ​ຄະ​ເນ​ວ່າ, ຮອດ​ທ້າຍ​ປີ 2015 ຈະ​ມີ 1.500 ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່.

ຂ່າວ/ບົດ​ອື່ນ