ຂະແໜງການຕ່າງປະເທດ ເປັນເຈົ້າການ, ຕັ້ງໜ້າ ເຊື່ອມໂຍງເຂົ້າກັບໂລກ


ຂະແໜງການຕ່າງປະເທດ ເປັນເຈົ້າການ, ຕັ້ງໜ້າ ເຊື່ອມໂຍງເຂົ້າກັບໂລກ - ảnh 1 
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດ​ຖະມົນຕີ

​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ

(ພາບ: TTXVN)

 (vovworld)- “ຂະ​ແໜງ​ການ​ຕ່າງປະ​ເທດ​ເປັນເຈົ້າການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກແມ່ນ​ຫົວ​ເລື່ອງ​ຂອງ​ກອງ​ປະຊຸມ​ການ​ທູດ​ຄັ້ງທີ 28 ​ແລະ ກອງ​ປະຊຸມ​ການ​ພົວພັນ​ກັບຕ່າງປະ​ເທດ​ທົ່ວ​ປະ​ເທດ​ຄັ້ງທີ 17 ຊື່​ງຈະ​ດຳ​ເນີນ​ແຕ່​ວັນ​ທີ 15-20/12 ຢູ່​ຮ່າ​ໂນ້ຍ.

  ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ​ໃຫ້​ຮູ້​ວ່າ: ການ​ເຄື່ອນ​ໄຫວ​ທີ່ກອງ​ປະຊຸມ​ການ​ທູດ​ຄັ້ງທີ 28 ບໍ່​ພຽງ​ແຕ່​ຫວ​ນຄືນ​ການ​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ, ກຳນົດ​ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ​ຢ່າງຮອບດ້ານ​ເທົ່າ​ນັ້ນ, ຫາກ​ຍັງ​ຕິດ​ພັນ​ກັບ​ວິ​ໄສ​ທັດ​ໄລຍະ​ຍາວ​ນານ ​ແລະ ສັງ​ລວມຮອດ​ປີ 2020 ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວີ​ກຳລັງ​ແຮງ​ຂອງ​ປະ​ເທດ​ຊາດ​ໃນ​ທຸ​ກດ້ານ​ໃນ​ຊຸມ​ປີ​ສຸດ​ທ້າຍ ສ້າງ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ໄລຍະ 2011-2020 ສຳ​ເລັດ​ອີກດ້ວຍ. ກອງ​ປະຊຸມ​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ກະຊວງ​, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ພ້ອມ​ກັນ​ຍູ້​ແຮງ​ການ​ສົມທົບ​ໃນ​ວຽກ​ງາ​ນການ​ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຄົບ​ຊຸດ​ກ່ວາ​ອີກ ​ເພື່ອ​ແນ​ໃສ່​ສ້າງ​ກຳລັງ​ແຮງ​ສັງ​ລວມ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ເຊື່ອມ​ໂຍງ.

  ທີ່ກອງ​ປະຊຸມ​ການ​ພົວພັນ​ກັບຕ່າງປະ​ເທດ​ທົ່ວ​ປະ​ເທດ​ຄັ້ງທີ 17, ບັນດາ​ຜູ້​ແທນ​ຈະ​ວາງ​ອອກ​ບັນດາ​ທິດ​ທາງ​ທີ່​ມີ​ວິ​ໄສ​ທັດ​ຍາວ​ນານ, ວາງ​ອອກ​ໂຄງການ​ດຳ​ເນີນ​ງານ​ຜັນ​ຂະຫຍາຍ​ມະຕິ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ./.

ຂ່າວ/ບົດ​ອື່ນ