ຂະແໜງການທູດມີໜ້າທີ່ກຳນົດທີ່ຕັ້ງຫວຽດນາມໃນທົ່ວພາກພື້ນແລະສາກົນໃຫ້ມີຜົນປະໂຫຍດທີ່ສຸດ

ຂະແໜງການທູດມີໜ້າທີ່ກຳນົດທີ່ຕັ້ງຫວຽດນາມໃນທົ່ວພາກພື້ນແລະສາກົນໃຫ້ມີຜົນປະໂຫຍດທີ່ສຸດ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​​້ພົບ​ປະ​ກັບຄະນະ​ຜູ້​ແທນ
​ບັນດາ​ພະນັກງານຂະ​ແໜງ​ການ​ທູດ​ຫວຽດນາມຜ່ານ​ໄລຍະ​ຕ່າງໆ)


(vovworld) – ຕອນ​ບ່າຍ​ວັນ​ທີ 20/08, ຢູ່​ສຳ​ນັກ​ງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ​​້ພົບ​ປະ​ກັບຄະນະ​ຜູ້​ແທນ​ບັນດາ​ພະນັກງານຂະ​ແໜງ​ການ​ທູດ​ຫວຽດນາມ ຜ່ານ​ໄລຍະ​ຕ່າງໆ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງວັນ​ຂະ​ແໜງ​ການທູດຫວຽດນາມ. ທີ່​ການ​ພົບ​ປະ, ບັນດາ​ຜູ​​້ແທນ​ໄດ້​ເນັ້ນ​ໜັກ​ວ່າ, ​70 ປີຜ່ານມາ, ຍາມ​ໃດຂະ​ແໜງ​ການ​ທູດກໍ​ແມ່ນ​ຂະ​ແໜງ​ນຳ​ໜ້າ, ມີ​ບາດກ້າວ​ບຸກທະລຸ​ໃນ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ຊາດ ພ້ອມ​ກັບ​ກຳລັງ​​ແຮງ​ຂອງຍຸກ​ສະ​ໄໝ, ສ້າງ​ບັນດາ​ບາດ​ລ້ຽວທີ່​ໃຫຍ່​ຫຼວງ​ໃນ​ປະຫວັດສາດ​ຫວຽດນາມ ​ໃນ​ສະ​ໄໝ​ປະທານ​​ໂຮ່ຈິ​ມິນ ​ນຳ​ຫວຽດນາມ ຍາ​ດ​ໄດ້ບັນດາ​ຜົນ​ງານ​ຢ່າງ​ໃຫຍ່​ຫຼວງ ​ໃນ​ພາລະກິດ​ຕໍ່ສູ້​​ເພື່ອ​ຍາດ​ເອົາ​ເອກະລາດ, ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ມາຮອດ​ປະຈຸ​ບັນ, ຫວຽດນາມ ມີ​ການ​ພົວພັນ​ທາງ​ການ​ທູດ​ກັບ 185 ປະ​ເທດ​ໃນ​ໂລກ. ການ​ພົວພັນ​ດ​​້ານ​ເສດຖະກິດ, ກາ​ນຄ້າ ​ແລະ ການ​ລົງທຶນ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ກັບ​ກວ່າ 220 ປະ​ເທດ ​ແລ​ະ ​ເຂດ​ແຄ້ວ​ນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ກ່ຽວ​ກັບ​ການ​ຕ່າງປະ​ເທດ, ການ​ທູດ​ຫວຽດນາມ ບັນລຸ​ໄດ້​ຜົນງານຫຼາຍ​ຢ່າງ, ປະ​ກອບສ່ວນ​​ຢ່າງເໝາະສົມ​ເຂົ້າ​​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​​ແຫ່ງ​ຊາດ, ​ໂຮມປະ​ເທດ​ຊາດ​ເປັນ​ເອກະ​ພາບ​ໃນ​ເມື່ອ​ກ່ອນ ກໍ​ຄື​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ໃນ​ປະຈຸ​ບັນ.

          “​ໃນ​​ໄລຍະ​ປະ​ເທດ​ຫວຽດນາມ ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ຖືກ​ປິດ​ລ້ອມ, ຂວ້ຳ​ບາດ, ຂະ​ແໜງ​ການ​ທູດ​ແມ່ນ​ກຳລັງ​ນຳ​ໜ້າ​ໃນ​ການ​ຂົນຂວາ​ຍ​ເພື່ອນ​ມິດສາ​ກົນ​ໃນ​ໂລກ​ເຂົ້າ​ໃຈຄວາມ​ເປັນ​ທຳ​ຂອງ​ປະ​ເທດ​ເຮົາ, ຕ້ານ​ທຳລາຍ​ການ​ປິດ​ລ້ອມ, ຂວ້ຳ​ບາດ, ຕົກຢູ່​ໂດດ​ດຽວ, ນຳ​ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າ​ກັບພາກພື້ນ ​ແລະ ສາກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ.”

          ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່, ສະພາບ​ການ​​ໃນ​​ໂລກ ​ແລະ ພາກ​ພື້ນ ພວມ​ມີ​ການ​ຜັນ​​ແປ​ຢ່າ​ງວ່ອງ​ໄວ ​ແລະ ສັບສົນ, ທ່ານ​ປະທາ​ນປະ​ເທດ ​ໄດ້​ຊີ້​ນຳ​ໃຫ້​ຂະ​ແໜງ​ການ​ທູດ ມີໜ້າ​ທີ່ກຳນົດທີ່​ຕັ້ງໃຫ້​ຫວຽດນາມ ​ຄື​ແນວ​ໃດ​ໃຫ້​ມີ​ຜົນ​ປະ​ໂຫຍ​ດ​ທີ່​ສຸດໃນ​ທົ່ວ​ພາກ​ພື້ນ ​ແລະ ສາກົນ, ປົກ​ປັກ​ຮັກສາ​ບັນດາ​ຜົນ​ປະ​​ໂຫຍດ​ເພື່ອ​ຄວາມ​ປອດ​ໄພ​ແຫ່ງ​ຊາດ, ພາລະກິດ​ສ້າງສາ ​ແລະ ທີ່​ຕັ້ງ​ຂອງ​ປະ​ເທດ​ຊາດຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ