ຂະແໜງການທູດເດັດດ່ຽວຮັກສາຜົນປະໂຫຍດ ປະເທດຊາດ

ຂະແໜງການທູດເດັດດ່ຽວຮັກສາຜົນປະໂຫຍດ ປະເທດຊາດ - ảnh 1
(ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ)

(vovworld)-​​ຕອບ​ສຳ​ພາດ​ຕໍ່ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 69 ປີ ແຫ່ງວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ທູດ ຫວຽດ​ນາມ (28/8/1945-28/8/2014), ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ຢັ້ງ​ຢືນ​ວ່າ: ຂະ​ແໜງ​ການ​ທູດ ຫວຽດ​ນາມ​ເດັດ​ດ່ຽວຮັກ​ສາ​ຜົນ​ປະ​ໂຫຍດແຫ່ງຊາດ​ໄວ້  ​ບໍ່​ວ່າໃນສະ​ພາບ​ການ​ສາ​ກົນ​​ຈະມີ​ການ​ຜັນ​ແປ​ສັບ​ສົນ​​ຄື​ແນວ​ໃດ. ໃນ​ນັ້ນ,ໜ້າ​ທີ​່​ຕົ້ນ​ຕໍຂອງ​ຂະ​ແໜງ​ການ​ທູດ​ໃນ​ປະ​ຈຸ​ບັນ​ແມ່ນ​ຕ້ອງຮັກ​ສາສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ສ້າງ​ທຸກເງື່ອນ​ໄຂສາ​ກົນ​ທີ່​ອຳ​ນວຍ​ຄວາມ​ສະ​ດວກ ເພື່ອ​ສຸມ​ໃສ່​ພັດ​ທະ​ນາ​ປະ​ເທດ; ປະ​ກອບ​ສ່ວນ​​ປະ​ຕິ​ບັດການ​ຫັນ​​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ ຢ່າງ​ມີ​ໄຊ, ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​​ຕາມ​ທິດ​​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ ແລະ ຕ້ອງ​ສົມ​ທົບ​ກັນ​ຢ່າງແໜ້ນ​ແຟ້ນ​ ກັບ ​ການປ້ອງ​ກັນ​ຊາດ, ​ປ້ອງ​ກັນ​ຄວາມ​ສະ​ຫງົບ ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ. ພິ​ເສດ​ແມ່ນ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ຖື​ວ່າ: ມະ​ນຸດແມ່ນ​ປັດ​ໄຈ​ສຳ​ຄັນ ​​ຕັດ​ສິນຜົນ​ສຳ​ເລັດ​ຂອງ​ແນວ​ທາງ, ນະ​ໂຍ​ບາຍ​​ການ​ທູດ​. ຖັນ​ແຖວ​ພະ​ນັກ​ງານ​ຂະ​ແໜງ​ການ​ທູດ​ນັບ​ມື້​ນັບ​ໜຸ່ມ​ແໜ້ນ, ຂະ​ຫຍັນ​ຂັນ​ເຄືຶ່ອນກວ່າ, ສາ​ມາດຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ​ອ້ງ​ການ​ຂອງວຽກ​ງານ​ໂດຍ​ພື້ນ​ຖານ​ໄດ້.

ຂ່າວ/ບົດ​ອື່ນ