ຂະແໜງການເງິນບໍລິຫານນະໂຍບາຍປີການເງິນ-ງົມປະມານຢ່າງເປັນເຈົ້າການ, ມີໄຫວພິບ, ທັນການ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເລມິນຄາຍ ໄດ້ຕີລາຄາສູງບັນດາຜົນງານຕັ້ງໜ້າກ່ຽວກັບການບໍລິຫານນະໂຍບາຍປີການເງິນ, ງົບປະມານຂອງກະຊວງການເງິນໃນ 6 ເດືອນຕົ້ນປີ.
ຂະແໜງການເງິນບໍລິຫານນະໂຍບາຍປີການເງິນ-ງົມປະມານຢ່າງເປັນເຈົ້າການ, ມີໄຫວພິບ, ທັນການ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເລມິນຄາຍ
(ພາບ: VGP)

ຕອນເຊົ້າວັນທີ 16 ກໍລະກົດ, ກະຊວງການເງິນໄດ້ຈັດກອງປະຊຸມທາງອອນລາຍສະຫຼຸບສະພາບການປະຕິບັດໜ້າທີ່ການເງິນ-ງົບປະມານແຫ່ງລັດໄລຍະ 6 ເດືອນຕົ້ນປີ ແລະ ແຜນການຜັນຂະຫຍາຍໜ້າທີ່ໃນໄລຍະ 6 ເດືອນທ້າຍປີ 2021. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເລມິນຄາຍ ໄດ້ຕີລາຄາສູງບັນດາຜົນງານຕັ້ງໜ້າກ່ຽວກັບການບໍລິຫານນະໂຍບາຍປີການເງິນ, ງົບປະມານຂອງກະຊວງການເງິນໃນ 6 ເດືອນຕົ້ນປີ. ທ່ານຮອງນາຍົກລັດຖະມົນຕີ ເລມິນຄາຍ ຮຽກຮ້ອງໃຫ້ຂະແໜງການເງິນ ຄວນສືບຕໍ່ໜູນຊ່ວຍຍູ້ແຮງການປ່ອຍເງິນລົງທຶນພາກລັດ, ສືບຕໍ່ຄຸ້ມຄອງຕະຫຼາດທຶນ-ຫຼັກຊັບໃຫ້ພັດທະນາຢ່າງແຮງ ແລະ ຍືນຍົງ, ຮັດແໜ້ນລະບຽບວິໄນໃນການຄຸ້ມຄອງການເງິນພາກລັດ, ສູ້ຊົນປະຕິບັດບັນດາໜ້າທີ່ການເງິນ ງົບປະມານຂອງປີ 2021 ໃຫ້ເປັນຢ່າງດີ.

        “ກະຊວງການເງິນຕ້ອງສຸມໃສ່ກວດກາເພື່ອຫຼຸດຜ່ອນລະບຽບການບໍລິຫານ, ຫັນເງື່ອນໄຂດຳເນີນທຸລະກິດເປັນຢ່າງງ່າຍ, ໂດຍສະເພາະແມ່ນ ພາສີອາກອນ, ພາສີ, ສະເໜີປັບປຸງບັນດາເອກິສານກຳນົດກົດໝາຍ, ສ້າງຂອບເຂດບັນດາຮູບແບບດຳເນີນທຸລະກິດໃໝ່, ນຳໃຊ້ເສດຖະກິດດີຈີຕອນ… ເປີດກວ້າງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການສະໜອງການບໍລິການພາກລັດ, ສ້າງເງື່ອນໄຂສະດວກໃຫ້ແກ່ຜູ້ເສຍພາສີ.”

ຕອບກັບ

ຂ່າວ/ບົດ​ອື່ນ