ຂະແໜງຍຸຕິທຳຄວນສືບຕໍ່ປະຕິບັດບົດບາດຈຸດສຸມໃນການຜັນຂະຫຍາຍການປະຕິບັດລັດຖະທຳມະນູນ 2013

ຂະແໜງຍຸຕິທຳຄວນສືບຕໍ່ປະຕິບັດບົດບາດຈຸດສຸມໃນການຜັນຂະຫຍາຍການປະຕິບັດລັດຖະທຳມະນູນ 2013 - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ
(ພາບ: phapluatxahoi.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 15/1, ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ທົ່ວ​ປະ​ເທດກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ຍຸຕິ​ທຳ​ປີ 2015. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ, ​ລັດຖະທຳ​ມະນູນ​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະຕິບັດ​ໄດ້​ດີ​ຫຼື​ບໍ, ພື້ນຖານ​ກົດໝາຍ​ສັງຄົມ​ນິຍົມ​ຂອງ​ຫວຽດນາມ​ ໃກ້​ຊິດ​ກັບ​ຕົວ​ຈິງ ​ແລະ ສະ​ແດງ​ອອກ​ໃນ​ພຶດຕິ​ກຳ​ຕົວ​ຈິງ​ໄດ້​ຫຼື​ບໍ; ປະ​ເທດ​ຈະ​ສືບ​ຕໍ່​ປ່ຽນ​ໃໝ່, ພັດທະນາ​ໄດ້​ຫຼື​ບໍ ​ແມ່ນ​ຂຶ້ນ​ກັບ​ຖັນ​ແຖວ​ຜູ້​ທີ່​ເຮັດວຽກ​ງານ​ກົດໝາຍ. ທ່ານ​ປະທານ​ສະ​ເໜີ​ວ່າ:

        “ຂະ​ແໜງ​ຍຸຕິ​ທຳ​ຄວນ​ສືບ​ຕໍ່​ບົດບາດ​​ເປັນ​ຈຸດ​ສຸມ​ໃນວຽກ​ງານ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ, ​ໃນ​ນັ້ນ​ໃສ່​ໃຈ​ເຖິງ​ການ​ຍູ້​ແຮ​ງວຽກ​ງານ​ໂຄ​ນະ​ນາ, ​ເຜີຍ​ແຜ່​ລັດຖະທຳ​ມະນູນ, ຍົກ​ສູງ​ຄວາມ​ນັບຖື​ກົດໝາຍ​ໃນ​ຊີວິດ​ສັງຄົມ; ສືບ​ຕໍ່​ກວດກາ​ລະບົບ​ກົດໝາຍ​ທັງ​ໝົດ​ເພື່ອ​ສະ​ເໜີ​ປັບປຸງ​, ​ເພີ່ມ​ເຕີມຢ່າງ​ທັນ​ການ, ລົບ​ລ້າງ ຫຼື​ ປະກາດ​ໃຊ້​ບັນດາ​ເອກະສານ​ໃໝ່​ໃຫ້​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ. ລະດົມ​ປັນຍາ​ຊົນ​ໃນ​ທົ່ວ​ຂະ​ແໜງ, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ, ປັບປຸງ​ລະບອບ, ​ເຂົ້າ​ຮ່ວມ​ການ​ປັບປຸງ​ບັນດາ​ຮ່າງ​ກົດໝາຍ​ໃນ​ລາຍການ​ກໍ່ສ້າງ​ກົດໝາຍ, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ; ຈັດ​ຕັ້ງ​ການ​ຮັບ​ເອົາ​ຄວາມ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ແພ່ງ (ສະບັບ​ປັບປຸງ)“


ຂ່າວ/ບົດ​ອື່ນ