ຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມຈະຂະຫຍາຍຕົວໃນປີ2017

ຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມຈະຂະຫຍາຍຕົວໃນປີ2017 - ảnh 1
ພ​າບ​ປະ​ກອບ

(vovworld) - ປີ 2016, ວົງ​ເງິນ​ການ​ສົ່ງ​ອອກ​ທົ່ວ​ຂະ​ແໜງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ ​ບັນ​ລຸ​ລະ​ດັບເຕີບ​ໂຕ 5,7%. ຕາມ​ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ແລ້ວ, ປີ 2016, ເຖິງວ່າ​ວົງ​ເງິນ​ສົ່ງ​ອອກ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ ບັນ​ລຸ​ລະ​ດັບເຕີບ​ໂຕ 1 ຕົວ​ເລກ​ເທົ່​ານັ້ນ, ແຕ່​ສັງ​ເກດ​​ສັງລວມ​ເສດ​ຖະ​ກິດ​ທົ່ວ​ໂລກ​ ກໍ່​ຄື​ບັນ​ດາ​ການ​ຜັນ​ແປ​ດ້ານ​ເສດ​ຖະ​ກິດ, ກາ​ນ​ເມືອງ​ຢູ່​ບັນ​ດາ​ຕະຫຼາດ​ຕົ້ນ​ຕໍ, ນ​ີ້​ຍັງ​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທີ່​ເປັນ​ໜ້າ​​ຊົມ​ເຊີຍ. ທ່ານ ເລ​ຕ໋ຽ​ນ​ເຈື່ອງ, ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ​ຕຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ ໃຫ້​ຮູ້​ວ່າ: ກຸ່ມ​ບໍ​ລິ​ສັດ​ສູ້​ຊົນ​ບັນ​ລຸ​ມູນ​ຄ່າ​ການ​ຜະ​ລິດ​ອຸດ​ສາ​ຫະ​ກ​ຳ​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ໃສ່​ປີ 2016, ພ້ອມ​ທັງ​ເພີ່ມ​ທະ​ວີ​ລັ​ກ​ສະ​ນະ​ເປັນ​ເຈົ້າ​ການ​ໃນ​ວຽກ​ງານ​ຕະຫຼາດ, ພິ​ເສດ​ແມ່ນ​ຢູ່​ບັນ​ດາ​ຕະຫຼາດ​ຈຸດ​ສຸມ ແລະ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຄື: ອາ​ເມ​ລິ​ກາ, ອີ​ຢູ, ຍີ່​ປຸ່ນ:

        “ສັນ​ຍາ​ການ​ຮ່ວມ​ມື ຫວຽດ​ນ​າມ - ອີ​ຢູ ແມ່ນ​ໃຫຍ່ຫລວງ ຍ້ອນ​ວ່າ​ຂອບ​ຂະ​ໜາດ​ຂອງ​ຕະຫຼາດ​ເອີ​ລົບ​ສາ​ມາດ​ຂຶ້ນ​ເຖິງ 200 ຕື້ USD ​ຕໍ່ປີ​. ປີ 2017 ໄດ້​ຮັບ​ຖື​ວ່າ ແມ່ນ​ປີ​ມີ​ການ​ກະ​ກຽມ​ໃຫ້​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ອີ​ຢູ. ນີ້​ແມ່ນ​ສັນ​ຍາ​ມີ​ຄຳ​ຮຽກ​ຮ້ອງຫຼັກ​ການ​ຕົ້ນ​ກຳ​ເນີດ​​ຈາກຜ້າ​ແພ. ພວກ​​ເຮົາ​ຕ້ອງ​ມີ​ການ​ກະ​ກຽມ​ລະ​ອຽດ​ຈື່ງ​ສາ​ມາດ​​ນຳໃຊ້​ໄດ້. ສຳ​ລັບ​ບັນ​ດາ​ສັນ​ຍາ 2 ຝ່າຍ ແລະ ຫຼາຍ​ຝ່າຍ​ອື່ນໆ​ອີກ ກໍ່​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ພິ​ເສດ​ແມ່ນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ມີ​ໂອ​ກາດ​ເປີດ​ກ້​ວາງ​ໄປ​ສູ່​ຕະຫຼາດນີ້.”


ຂ່າວ/ບົດ​ອື່ນ