ຂະແໜງທ່ອງທ່ຽວ “ຫັນປ່ຽນຕົນເອງ” ເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງປອດໄພ

(VOVWORLD) -ບັນຫາຮີບດ່ວນທີ່ໄດ້ວາງອອກແມ່ນຕ້ອງສຸມໃສ່ຄົ້ນຄວ້າ, ກໍ່ສ້າງຜະລິດຕະພັນທ່ອງທ່ຽວໃຫ້ເໝາະສົມກັບຄວາມນິຍົມ ແລະ ຄວາມຕ້ອງການຂອງນັກທ່ອງທ່ຽວ
ຂະແໜງທ່ອງທ່ຽວ “ຫັນປ່ຽນຕົນເອງ” ເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງປອດໄພ - ảnh 1ທີ່ການໂອ້ລົມສົນທະນາ
(ພາບ: nhandan.vn)

ຕອນເຊົ້າວັນທີ 15 ຕຸລາ, ໜັງສືພິມ ເຍິນເຢິນ (ປະຊາຊົນ) ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດການໂອ້ລົມສົນທະນາດ້ວຍຫົວຂໍ້ “ທ່ອງທ່ຽວຮັບມືກັບໂລກລະບາດໂຄວິດ-19 ຢ່າງປອດໄພ”, ເພື່ອແນໃສ່ໄຈ້ແຍກສະພາບການຕົວຈິງຂອງຂະແໜງທ່ອງທ່ຽວໃຫ້ລະອຽດ ພາຍຫຼັງໄລຍະ 2 ປີທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19.

        ທີ່ການໂອ້ລົມສົນທະນາ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫງວຽນວັນຮຸ່ງ ໃຫ້ຂໍ້ສັງເກດວ່າ, ບັນຫາຮີບດ່ວນທີ່ໄດ້ວາງອອກແມ່ນຕ້ອງສຸມໃສ່ຄົ້ນຄວ້າ, ກໍ່ສ້າງຜະລິດຕະພັນທ່ອງທ່ຽວໃຫ້ເໝາະສົມກັບຄວາມນິຍົມ ແລະ ຄວາມຕ້ອງການຂອງນັກທ່ອງທ່ຽວ, ຕອບສະໜອງກັບສະພາບການໃໝ່ໃນປະຈຸບັນ:

        “ຄົ້ນຄວ້າການຄາດຄະເນດັ່ງກ່າວນີ້ແມ່ນໜ້າທີ່ຂອງອົງການລັດ. ຈາກນັ້ນ, ຍົກອອກຂໍ້ສະເໜີແນະໃຫ້ສະມາຄົມ ແລະ ຫົວໜ່ວຍເພື່ອປະຕິບັດ. ທາງກະຊວງພວມສະເໜີໃຫ້ບັນດາແຂວງ, ນະຄອນມານະພະຍາຍາມສ້າງເຂດທີ່ຢູ່ອາໄສ, ສ້າງຜະລິດຕະພັນທ່ອງທ່ຽວຢູ່ທ້ອງຖິ່ນຂອງຕົນຄືນໃໝ່. ບົນຈິດໃຈແມ່ນແຕ່ລະແຂວງຕ້ອງມີຜະລິດຕະພັນທ່ອງທ່ຽວດີເດັ່ນ ແລະ ເຊື່ອມຕໍ່ຢ່າງປອດໄພ ຕອບສະໜອງໄດ້ຕາມຄວາມນິຍົມ ແລະ ຄວາມຕ້ອງການຂອງນັກທ່ອງທ່ຽວພາຍຫຼັງໂລກລະບາດ”.

ຕອບກັບ

ຂ່າວ/ບົດ​ອື່ນ