ຂະແໜງທ່ອງທ່ຽວລາວ ລື່ນກ່າຍຄາດໝາຍ ກ່ຽວກັບຈຳນວນແຂກ ທ່ອງທ່ຽວສາກົນມາຢ້ຽມຢາມ

ຂະແໜງທ່ອງທ່ຽວລາວ ລື່ນກ່າຍຄາດໝາຍ ກ່ຽວກັບຈຳນວນແຂກ ທ່ອງທ່ຽວສາກົນມາຢ້ຽມຢາມ - ảnh 1
(ພາບປະກອບ)

(vovworld) - ​ກະຊວງຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ​ໃຫ້​ຮູ້​ວ່າ ​ໃນ​ປີ 2013, ​ໄດ້​ມີ​ນັກ​ທ່ອງ​ທ່ຽວສາກົນ​ມາ​ຢ້ຽມຢາມ ລາວ ​ເກືອບ 3,8 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ເກືອບ 500.000 ​ເທື່ອຄົນ ​ເມື່ອ​ທຽບ​​ໃສ່​ປີ 2012 ​ແລະ ສູງ​ກວ່າ​ຄາດ​ໝາຍ​ທີ່​ວາງ​ອອກ​ໃຫ້​ປີ 2015 ​ແມ່ນ 3,75 ລ້ານ​ເທື່ອ​ຄົນ.

        ​ແຂກ​ທ່​ອງທ່ຽວ​ມາ​ຢ້ຽມຢາມ​ລາວ ສ່ວນ​ຫຼາຍ​ແມ່ນ​ມາຈາກ​ບັນດາ​ປະ​ເທດ​ອາ​ຊຽນ, ຢືນ​ອັນ​ດັບ​ໜຶ່ງ​ແມ່ນ​ໄທ ດ້ວຍຈຳນວນ 1,9 ລ້ານ​ເທື່ອ​ຄົນ. ​ແຂກ​ທ່ອງ​ທ່ຽວທີ່​ມາ​ຈາກ​ບັນດາ​ປະ​ເທດ​ເອີ​ລົບ, ອາ​ຟະ​ລິ​ກາ ​ແລະ ​ເຂດ​ຕາ​ເວັນ​ອອກ​ກາງ ກໍ່​ເພີ່ມ​ຂຶ້ນ​ສູງ. ປະຈຸ​ບັນ ລາວ ມີສະຖານ​ທີ່​ທ່ອງ​ທ່ຽວ​ໃນ​ທົ່ວ​ປະ​ເທດປະມານ 700 ແຫ່ງ ເພື່ອ​ໂຄສະນາ​ວັດທະນະທຳ, ປະຫວັດສາດ ​ແລະ ທິວ​ທັດ​ທຳ​ມະ​ຊາດຂອງ​ປະ​ເທດ​. ປະ​ເທດ​ອາຊີ​ຕາ​ເວັນ​ອອກສ່ຽງໃຕ້​ນີ້ ພວມ​ມີ​​ແຜນການ​ພັດທະນາ​ສະຖານ​ທີ່​ທ່ອງ​ທ່ຽວທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຕື່​ມອີກ 800 ​ແຫ່ງ. ການ​ເຕີບ​ໂຕ​ດ້ານ​ການທ່ອງທ່ຽວ ​ໄດ້​​ເຮັດ​ໃຫ້​ບັນດາ​ຂະ​ແໜງ​ດຳ​ເນີນ​ທຸລະ​ກິດ​ໂຮງ​​ແຮມ ​ແລະ ​ຮ້ານ​ອາ​ຮານພັດທະນາ​ໄປ​ນຳ ​ແນ​ໃສ່​ຕ້ອບສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ຂອງ​​ແຂກ​ທ່ອງ​ທ່ຽວ.

ຂ່າວ/ບົດ​ອື່ນ