ຂະ​ແໜງ​ພາຍ​ໃນ​ສືບ​ຕໍ່​ສ້າງ​ກົງ​ຈັກ​​ບໍ​ລິ​ຫານ​ລັດໃຫ້​ສົມ​ບູນ​ແບບ​ຢ່າງ​ກະ​ທັດ​ລັດ, ມີ​ການ​ເຄື່ອນ​ໄຫວ​ຢ່າງມີ​ປະ​ສິດ​ທິ​ຜົນ, ປະ​ສິດ​ທິ​ພາບ

(VOVWORLD) - ຕອນບ່າຍວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມທາງໄກທົ່ວປະເທດສະຫຼຸບວຽກງານປີ 2022, ຜັນຂະຫຍາຍວຽກງານປີ 2023 ຂອງຂະແໜງພາຍໃນ.

ຂະ​ແໜງ​ພາຍ​ໃນ​ສືບ​ຕໍ່​ສ້າງ​ກົງ​ຈັກ​​ບໍ​ລິ​ຫານ​ລັດໃຫ້​ສົມ​ບູນ​ແບບ​ຢ່າງ​ກະ​ທັດ​ລັດ, ມີ​ການ​ເຄື່ອນ​ໄຫວ​ຢ່າງມີ​ປະ​ສິດ​ທິ​ຜົນ, ປະ​ສິດ​ທິ​ພາບ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ປີ 2022, ຂະແໜງພາຍໃນບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ໃນນັ້ນວຽກງານຊີ້ນຳ, ບໍລິຫານສືບຕໍ່ໄດ້ຮັບການປ່ຽນແປງໃໝ່, ຮັບປະກັນຄວາມລຸລ່ວງ, ເປັນເອກະພາບ ແລະມີ ປະສິດທິຜົນ.

        ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສ້າງກົງຈັກບໍລິຫານລັດ ໃຫ້ສົມບູນແບບຢ່າງຫະທັດລັດ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ, ຜັນຂະຫຍາຍໂຄງການສັງລວມແຫ່ງການປະຕິຮູບການບໍລິຫານຮອດປີ 2030 ຢ່າງມີປະສດທິຜົນ. ພ້ອມທັງ, ປ່ຽນແປງໃໝ່, ວຽກງານແຂ່ງຂັນ, ມອບລາງວັນຢ່າງແທດຈິງ ເພື່ອໃຫ້ການແຂ່ງຂັນ, ມອບລາງວັນກາຍເປັນກຳລັງໜູນໃນການຊຸກຍູ້ລະບົບການເມືອງ ແລະ ທົ່ວປວງຊົນມີຄວາມສາມັກຄີ, ເສີມຂະຫຍາຍຈິດໃຈເພີ່ງຕົນເອງກຸ້ມຄົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງແທດຈິງ ແລະ ຄວາມຫວັງພັດທະນາປະເທດໃຫ້ເຂັ້ມແຂງແຮງກ້າ, ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ