ຂະ​ແໜງສະຖິຕິ​ຫວຽດນາມຜັນ​ຂະຫຍາຍໜ້າທີ່​ປີ 2020

(VOVWORLD) -  ຕອນເຊົ້າວັນທີ 6 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມລາຍງານໝາກຜົນວຽກງານປີ 2019 ແລະ ທິດທາງ, ໜ້າທີ່ປີ 2020 ຂອງຂະແໜງສະຖິຕິ.
ຂະ​ແໜງສະຖິຕິ​ຫວຽດນາມຜັນ​ຂະຫຍາຍໜ້າທີ່​ປີ 2020 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: chinhphu.vn)

        ຕາມການລາຍງານໃນກອງປະຊຸມ, ໜຶ່ງໃນບັນດາຜົນງານພົ້ນເດັ່ນຂອງຂະແໜງສະຖິຕິປີ 2019 ແມ່ນປະຕິບັດສໍາເລັດວຽກງານຕີລາຄາຄືນໃໝ່ຂອບຂະໜາດຂອງຍອດປະລິມານຜະລິດຕະພັນພາຍໃນປະເທດ (GDP) ໄລຍະ 2010 – 2017. ຜ່ານນັ້ນ, ສ່ອງແສງໃຫ້ເຫັນສະພາບການຂອງພື້ນຖານເສດຖະກິດຂອງປະເທດຊາດຢ່າງຖືກຕ້ອງ ແລະ ຈະແຈ້ງກວ່າ, ຍົກສູງທີ່ຕັ້ງບົດບາດຂອງພື້ນຖານເສດຖະກິດຂອງຫວຽດນາມໃນພາກພື້ນ ແລະ ສາກົນ, ຊ່ວຍລັດຖະບານມີນະໂຍບາຍແທດເໝາະກັບສະພາບການຕົວຈິງກວ່າ ແລະ ມີປະສິດທິຜົນຫຼາຍກວ່າ.

        ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ສືບຕໍ່ຍົກສູງຄຸນນະພາບຂອງຂໍ້ມູນສະຖິຕິ, ພິເສດແມ່ນວຽກງານໄຈ້ແຍກ ແລະ ຄາດຄະເນ. ທ່ານກ່າວວ່າ:

        “ຂະແໜງສະຖິຕິຕ້ອງປະຕິບັດ 2 ໜ້າທີ່ຈຸດສຸມໃຫ້ເປັນຢ່າງດີ. ທີໜຶ່ງແມ່ນຍົກສູງຄຸນນະພາບ, ປະສິດທິຜົນວຽກງານສະຖິຕິ ເພື່ອຮັບໃຊ້ວຽກງານຊີ້ນໍາ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ, ອໍານາດການປົກຄອງຂັ້ນຕ່າງໆ ແລະ ບັນດາຂະແໜງການ ໄດ້ຢ່າງທັນການ. ທີສອງ ແມ່ນສະໜອງຂໍ້ມູນກ່ຽວກັບຂະແໜງເສດຖະກິດ-ສັງຄົມ ໄດ້ຢ່າງຄົບຖ້ວນ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການຜະລິດ, ດໍາເນີນທຸລະກິດ ແລະ ຊີວິດການເປັນຢູ່ ເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ຫຼື ຜ່ານການສະຖິຕິສະພາບການຂອງຂະແໜງອຸດສາຫະກໍາປຸງແຕ່ງ ແລະ ປະດິດແຕ່ງ ເພື່ອມີມາດຕະການຊີ້ນໍາໄດ້ເປັນຢ່າງດີ ”.

        ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຂະແໜງສະຖິຕິ ຈົ່ງປະຕິບັດບັນດາຄໍາໝັ້ນສັນຍາສາກົນຂອງຫວຽດນາມ ໃນຂົງເຂດສະຖິຕິ ໃຫ້ເປັນຢ່າງດີ, ໃນນັ້ນ ຕ້ອງຮ່ວມມືກັບບັນດາປະເທດ ອາຊຽນ ຢ່າງແໜ້ນແຟ້ນ.  


ຕອບກັບ

ຂ່າວ/ບົດ​ອື່ນ