ຂະແໜງສາທາລະນະສຸກຖືຄວາມເພິ່ງພໍໃຈຂອງຄົນເຈັບເປັນຄາດໝາຍສຳຄັນທີ່ສຸດ

ຂະແໜງສາທາລະນະສຸກຖືຄວາມເພິ່ງພໍໃຈຂອງຄົນເຈັບເປັນຄາດໝາຍສຳຄັນທີ່ສຸດ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ພົບ​ປະ​ກັບ​ຜູ້​ເຂົ້າ​ຮ່ວມ)

(vovworld) - ​ຕອນ​ບ່າຍ​ວັນ​ທີ 12/01, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດຜັນ​ຂະ​ຫຍາຍ​ໜ້າ​ທີ່ ປີ 2017 ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ເຊິ່ງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ. ກ່ຽວ​ກັບ​ໜ້າ​ທີ່​ປີ 2017, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ.

        “ຂ​້າ​ພ​ະ​ເຈົ້າ​ສະ​ເໜີ​ໃຫ້​ຂະ​ແໜງ​ສາ​​ທາ​ລະ​ນະ​ສຸກ​ສືບ​ຕໍ​່​ປ່ຽນ​ໃໝ່, ຍົກ​ສ​ູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ, ຖືວຽກ​ງານ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ຮາກ​ຖ​ານ​ເປັນ​ຈຸດ​ສຸມ, ເພື່ອມຸ່ງ​ໄປ​ເຖ​ິງ​ຄາດ​ໝາຍ​ຄຸ້ມ​ຄອງ, ​ສົ່ງເສີມ​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນ​ແຕ່​ລະ​ຄົນ. ທ່ານ​ໝໍ​ຄອບ​ຄົວ​ທີ່​ຍົກ​ອອກ​ມາ​ແມ່​ນ​ຖືກ​ຕ້ອງ​ທີ່​ສຸດ, ​ແຕ່​ຖືກ​ຕ້ອງ​ສຳ​​ລັບ​ຕົວ​ເມືອງ, ເທດ​ສະ​ບານ​​ເມືອງເທົ່​ານັ້ນ. ສ່ວນ​ຢູ່​ເຂດ​ຊົນ​ນະ​ບົດ, ເຂດ​ພູ​ດອຍ ທ່ານ​ໝ​ໍ​ຄອ​ບ​ຄົວຍັງ​ບໍ່​ທັນ​ເໝາະ​ສົມ​ກັບ​ສະ​ພາບ​ການ​ຂອງ​ຫວຽດ​ນາມ ເທື່ອ”.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີເນັ້ນ​ໜັກ​ວ່າ, ພາ​ລະ​ກິດ​ອັນ​ສູງ​ສົ່ງ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ແມ່ນ​ສົ່ງ​ເສີມ​ສຸ​ຂະ​ພາບ, ສະ​ນັ້ນທາງ​ຂະ​ແໜງ​ຕ້ອງ​ຖື​ຄວາມ​ເພ​ິ່ງ​ພໍ​ໃຈ​ຂອງ​ຄົນ​ເຈັບ​ແມ່ນ​​ເປົ້າ​ໝາຍ​ສຳ​ຄັນ​ທີ່​ສຸດ.

ຂ່າວ/ບົດ​ອື່ນ