ຂະແໜງສານປະຊາຊົນຜັນຂະຫຍາຍໜ້າທີ່ປີ 2013

ຂະແໜງສານປະຊາຊົນຜັນຂະຫຍາຍໜ້າທີ່ປີ 2013 - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ
​ໜ້າ​ທີ່​ວຽກ​ງານ​ປີ 2013 ຂ​ອງຂະ​ແໜງ​ສານ​ປະຊາຊົນ
(ພາບ: Nguyễn Khang/ສຳນັກຂ່າວສານຫວຽດນາມ)

 (vovworld) - ຂະ​ແໜງ​ສານ​ຕ້ອງ​ປະຕິບັດ​ບັນດາ​ຂໍ້​ກ​ຳນົດຂອງ​ກົດໝາຍວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີ ຢ່າງ​ເຂັ້ມ​ງວດ, ​ແລະ ຍົກ​ສູງ​ຄຸນ​ນະພາ​ບທີ່​ບັນດາ​ການ​ປະຊຸມ​ສານເພື່ອ​ໃຫ້​ການຄຳ​ຕັດສິນ​ລົງ​ໂທດຂອງ​ສານ​ມີລັກສະນະ​ເກ້​ຍກອມ​ສູງ​. ນັ້ນ​ແມ່ນ​ຄຳຊີ້​ນຳ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ວຽກ​ງານ​ປີ 2013 ຂ​ອງຂະ​ແໜງ​ສານ​ປະຊາຊົນ, ​​ເຊິ່ງ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 22/1, ຢູ່ ຮ່າ​ໂນ້ຍ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ​ໃນ​ປີ 2013, ​ໄປ​ຄຽງ​ຄູ່ກັບ​ບັນດາ​ມາດ​ຕະການ​ກ່ຽວ​ກັບ​ວຽກ​ງານ​ບຳລຸງ​ສ້າງ ພະນັກງານ, ຂະ​ແໜງ​ສານ ຄວນ​ກວດກາ​ວຽກ​ງານ​ພິພາກສາ​ຢູ່​ສານ​ຂັ້ນ​ຕ່າງໆ​ເປັນ​ປະຈຳ, ປະຕິບັດ​​​ວຽກ​ງານ​ຕິດຕາມ​ກວດກາ​ການ​ພິພາກສາຂອງ​ສານ​ຂັ້ນ​ເທິງ​ທີ່​ມີ​ຕໍ່​ສານ​ຂັ້ນ​ລຸ່ມເປັ​ນຢ່າງ​ດີ ​ເພື່ອ​ຄົ້ນ​ພົບ, ​ແກ້​ໄຂ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ໃນ​ການ​ເຄື່ອນ​ໄຫວ​ພິພາກ​ສາຢ່າງ​ທັນ​ການ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກ່າວ​ວ່າ:

“ຂ້າພະ​ເຈົ້າ​ສະ​ເໜີ​ຄວນ​ເອົາ​ໃຈ​ໃສ່​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບການ​ພິພາກສາ​ສຳລັບ​ຄະດີ​ຕ່າງໆ, ​ເດັດ​ດຽວ​ບໍ່​ປະ​ໃຫ້​ເກີດ​ກໍ​ລະ​ນີຕັດສິນ​ລົງ​ໂທດ​ຢ່າງ​ຜິດ​ພາດ, ຢຸດຕິການ​ສົ່ງ​ສຳ​ເນົາ​ຄະດີ​ຄືນ, ການ​ຕັດສິນ​ຝາກ​ໂທດ ​ແລະ ນຳ​ໃຊ້​ການ​ຕັດສິນ​ລົງ​ໂທດ​ແບບ​ດັດ​ສ້າງ​ໂດຍບໍ່ຄຸມ​ຂັງ ຢ່າງ​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ, ​ໂດຍ​ສະ​ເພາະ​ແມ່ນ​ພວກ​ຈຳ​ເລີຍ​ຖືກ​ພິພາກສາ​ຍ້ອນ​ການ​ກະທຳ​ຜິດ​ສໍ​້ລາດ​ບັງ​ຫຼວງ. ຍົກ​ສູງ​ອັດຕາ​ການ​ແກ້​ໄຂ​ໄກ່​ເກ່ຍ​ໃຫ້​ກາຍ​ເປັນ​ບັນດາ​ຄະດີ​ແພງ ​ແລະ ສົນທະນາ​ໃນ​ການ​ແກ້​ໄຂ​ບັນດາ​ຄະດີ​ບໍລິຫານ, ຮັບປະກັນ​ການ​ແກ້​ໄຂ​ພິພາກສາ ​ແລະ ຕັດສິນ​ລົງ​ໂທດ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ, ​ແກ້​ໄຂ​ສະພາບ​ການ​ຕັດສິນ​ລົງ​ໂທດ​ຢ່າງ​ບໍ່​ຈະ​ແຈ້ງ ​ເຊິ່ງ ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວຽກ​ງານ​ປະຕິບັດ​ຄຳຕັດສິນ​ຂອງ​ສານ.”

ຂ່າວ/ບົດ​ອື່ນ