ຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ ສືບຕໍ່ ເຕີບໂຕເປັນຢ່າງດີ

(VOVWORLD) -ລາຍຮັບທັງໝົດຂອງທົ່ວຂະແໜງຖະແຫຼງຂ່າວ ແລະ ສື່ສານ ໄລຍະ 6 ເດືອນຕົ້ນປີບັນລຸກວ່າ 55,9 ຕື້ USD

        ຕາມບົດລາຍງານສະບັບຫຼ້າສຸດຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລ້ວ, ລາຍຮັບທັງໝົດຂອງທົ່ວຂະແໜງຖະແຫຼງຂ່າວ ແລະ ສື່ສານ ໄລຍະ 6 ເດືອນຕົ້ນປີບັນລຸກວ່າ 55,9 ຕື້ USD, ໃນນັ້ນອຸດສາຫະກໍາໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ (ICT) ຍັງຄົງແມ່ນຂົງເຂດທີ່ມີລາຍຮັບທີ່ດີ. ລະອຽດ, ໃນ 6 ເດືອນ ຕົ້ນປີ 2019, ອຸດສາຫະກໍາ ICT ໄດ້ຮັບການຕີລາຄາວ່າ ແມ່ນຂົງເຂດສ້າງຄວາມປະທັບໃຈຢ່າງແຮງ ເມື່ອປະກອບ 47,3 ຕື້ USD ເຂົ້າໃນລວມຍອດລາຍຮັບທັງໝົດຂອງທົ່ວຂະແໜງ.

        ກໍຕາມບົດລາຍງານຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລ້ວ, ຫວຽດນາມ ພວມມີຄວາມສາມາດບົ່່ມຊ້ອນຢ່າງໃຫຍ່ຫຼວງ ເພື່ອພັດທະນາບັນດາຂົງເຂດດໍາເນີນທຸລະກິດຜ່ານເຄືອຂ່າຍອິນເຕີເນັດ ແລະ ໂປແກຼມຕ່າງໆ ຍ້ອນຈໍານວນຜູ້ຊົມໃຊ້ໂທລະສັບມືຖືຢູ່ຫວຽດນາມ ເພີ່ມຂຶ້ນຢ່າງຈະແຈ້ງ. ເຖິງຢ່າງໃດກໍຕາມ, ບົດລາຍງານດັ່ງກ່າວ ກໍຊີ້ໃຫ້ເຫັນວ່າ ປັດຈຸບັນ, ບັນດາວິສາຫະກິດພາຍໃນປະເທດ ພວມປະເຊີນໜ້າກັບການແກ້ງແຍ້ງຂອງບັນດາພື້ນຖານດີຈີຕອນຂ້າມຊາຍແດນ, ພ້ອມກັນນັ້ນ ກໍ່ແມ່ນຄວາມສ່ຽງຫຼາຍຢ່າງກ່ຽວກັບຂໍ້ມູນຂ່າວສານທີ່ບໍ່ດີ, ເກັບພາສີຈາກບັນດາວິສາຫະກິດນານາຊາດບໍ່ໄດ້.


ຕອບກັບ

ຂ່າວ/ບົດ​ອື່ນ