ຂ້າຫຼວງໃຫ່ຍ Andis Piebalgs: ສະຫະພາບເອີລົບ ສືບຕໍ່ຊ່ວຍເຫຼືອຫວຽດນາມ

ຂ້າຫຼວງໃຫ່ຍ Andis Piebalgs: ສະຫະພາບເອີລົບ ສືບຕໍ່ຊ່ວຍເຫຼືອຫວຽດນາມ - ảnh 1
ທ່ານ ຂ້າ​ຫຼວງ​ໃຫ່ຍ Andis Piebalgs
(ພາບ: ອິນເຕີແນັດ)

( vovworld ) ​​​​​ຕອນ​ບ່າ​ຍວັນ​ທີ 29/3, ຢູ່​ຮ່າ​ໂນ້ຍ, ທ່ານ Andis Piebalgs ຂ້າ​ຫຼວງ​ໃຫ່ຍ ຜູ້​ຮັບຜິດຊອບ​ການ​ພັດທະນາ​ຂອງ​ສະຫະພາບ​ເອີ​ລົບ (EU) ​ໄດ້​ຈັດການ​ປະຊຸມ​ຂ່າວ ​ເນື່ອງ​ໃນ​ໂອກາດ​ການ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ຜ່ານ​ການ​ປະຊຸມ​ຂ່າວ​ທ່ານຂ້າ​ຫຼວງ​ໃຫ່ຍ Andis Piebalgs ​ໄດ້​ຕີ​ລາຄາ​ວ່າ: ຫວຽດນາມ​ ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ເຮັດ​ໃຫ້​ປະຊາຊົນ​ຫວຽດນາມ ​ນັບ​ລ້ານ​ຄົນ​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ ​ໂດຍ​ຜ່ານ​ບັນດາ​ການ​ປະຕິ​ຮູບ ​ແລະ ບັນລຸ​ໄດ້​ບັນດາ​​ເປົ້າໝາຍ​ພັດທະນາ​ສະຫັດສະວັດ​ເປັນ​ສ່ວນ​ຫຼາຍ ​ແລະ ພວມ​ຢູ່ໃນ​ທ່ວງທ່າບັນລຸ​​ຈຸດໝາຍ​ທັງ​ໝົດ​ໃນ​ປີ 2015. ທ່ານຂ້າ​ຫຼວງ​ໃຫ່ຍ Andis Piebalgs ​ໄດ້ຢືນຢັນ​ວ່າ ​ເຖິງ​ວ່າ​ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນສຳ​ເລັດ​ໃນ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ​ແລ້ວ​ກໍ​ຕາມ, ​ແຕ່ EU ຈະ​ບໍ່​ປ່ຽນ​ແປງ​ຄຳໝັ້ນສັນຍາ​ຊ່ວຍ​​ເຫຼືອໃຫ້​ແກ່​ຫວຽດນາມ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ເຮັດ​ໃຫ້ການ​ໜູນ​ຊ່ວຍ​ມີ​ຄຸນຄ່າ​ສູງ​ກ່ວາ, ນຳ​ມາ​ເຊີ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ​ຫຼາຍ​ກ່ວາ​ອີກ ​ໃນ​ໄລຍະ​​ເວລາ​ໃກ້​ສຸດ

ຂ່າວ/ບົດ​ອື່ນ