(VOVWORLD) - ວັນທີ 29 ເມສາ, ຄະນະກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການຝຶກຊ້ອມຄັ້ງທີ 2 ກະກຽມໃຫ້ແກ່ພິທີສວນສະໜາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ (ວັນທີ 9 ພຶດສະພາ 1945 – 9 ພຶດສະພາ 2025), ຢູ່ຈະຕຸລັດແດງ, ສະຫະພັນ ລັດເຊຍ.
ຄະນະກອງທັບ ຫວຽດນາມ ຝຶກຊ້ອມ |
ນີ້ແມ່ນຄັ້ງທໍາອິດທີ່ ຫວຽດນາມ ຈັດສົ່ງກຳລັງເຂົ້າຮ່ວມເຫດການນີ້, ເຊິ່ງມີຄວາມໝາຍສຳຄັນສຳລັບການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລັດເຊຍ ເວົ້າລວມ ແລະ ສຳລັບກອງທັບປະຊາຊົນ ຫວຽດນາມ ເວົ້າສະເພາະ.
ໂດຍມາຢ້ຽມຢາມ, ລະດົມກຳລັງໃຈຕໍ່ຄະນະກອງທັບປະຊາຊົນ ຫວຽດນາມ ໃນວັນທີ 28 ເມສາ ເມື່ອຄະນະພວມຝຶກຊ້ອມຢູ່ສະໜາມຝຶກຊ້ອມ Alabino ຢູ່ຊານນະຄອນຫຼວງ ມົດສະກູ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ດັ້ງມິງຄອຍ ເນັ້ນໜັກວ່າ:
“ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ຫວຽດນາມ ຈະເດີນທາງໄປຍັງສະຫະພັນ ລັດເຊຍ ເຂົ້າຮ່ວມພິທີສວນສະໜາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຈະມີຄວາມເປັນກຽດ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງເມື່ອເຫັນກຳລັງກອງທັບປະຊາຊົນ ຫວຽດນາມ ຢູ່ໃນຈະຕຸລັດແດງ”.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ດັ້ງມິງຄອຍ ຢ້ຽມຢາມ ແລະ ລະດົມກຳລັງໃຈ |
ກ່ອນໜ້ານັ້ນ, ວັນທີ 24 ເມສາ, ຄະນະກອງທັບປະຊາຊົນ ຫວຽດນາມ, ລວມມີສະມາຊິກ 80 ຄົນ ໄດ້ເດີນທາງໄປຍັງ ມົດສະກູ ແລະ ເຄື່ອນຍ້າຍໄປຍັງສະໜາມຝຶກຊ້ອມ Alabino ເພື່ອຝຶກຊ້ອມພ້ອມກັບກອງທັບບັນດາປະເທດທີ່ເຂົ້າຮ່ວມພິທີສວນສະໜາມຢູ່ຈະຕຸລັດແດງ. ທ່ານພັນຕີ ໂຮ່ສີກວາງ, ຫົວໜ້າວິທະຍາຄານນາຍທະຫານບົກເລກ 1, ຢັ້ງຢືນວ່າ:
“ພວກຂ້າພະເຈົ້າແມ່ນບຸກຄົນທີ່ໄດ້ຄັດເລືອກ ຖືວ່າມີຄວາມເປັນກຽດທີ່ໄດ້ຕາງໜ້າໃຫ້ກອງທັບພິລະອາດຫານຂອງຊາດວິລະຊົນ ແລະ ຄັ້ງທຳອິດທີ່ໄດ້ສວນສະໜາມຢູ່ຕ່າງປະເທດ, ສະນັ້ນ, ພວກຂ້າພະເຈົ້າມີຄວາມຕັດສິນໃຈສູງທີ່ສຸດ ແລະ ນີ້ກໍແມ່ນກຳລັງໜູນເພື່ອໃຫ້ພວກຂ້າພະເຈົ້າປະຕິບັດສຳເລັດໜ້າທີ່ນີ້ໄດ້ເປັນຢ່າງດີ”.
ການນຳສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ຖ່າຍຮູບພ້ອມກັບຄະນະກອງທັບ ຫວຽດນາມ |
ຄະນະກອງທັບປະຊາຊົນ ຫວຽດນາມ ຈະສືບຕໍ່ຝຶກຊ້ອມໃນວັນທີ 3 ພຶດສະພາ ແລະ ເຂົ້າຮ່ວມການຝຶກຊ້ອມໃຫຍ່ໃນວັນທີ 7 ພຶດສະພາຢູ່ ຈະຕຸລັດແດງ ກ່ອນທີ່ຈະເຂົ້າຮ່ວມພິທີສວນສະໜາມຢ່າງເປັນທາງການໃນເວລາ 8 ໂມງ 30 ນາທີ ຂອງວັນທີ 9 ພຶດສະພາ (ຕາມເວລາທ້ອງຖິ່ນ)
ທູຮ່າ