ຄັດຄ້ານການກະທຳພຽງລຳພັງຝ່າຍດຽວກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ

ຄັດຄ້ານການກະທຳພຽງລຳພັງຝ່າຍດຽວກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ - ảnh 1]
ກອງປະຊຸມສຳມະນາຢູ່ Warsaw
(ພາບ: Việt Ba/http://baotintuc.vn)

(vovworld) –  ສູນພົວພັນ​ສາກົນ (CSM) ຂອງ​ໂປ​ໂລ​ຍ ຫາ​ກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ ຢູ່ Warsaw. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ມີ​ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ ​ໂປ​ໂລ​ຍ, ສະຖານທູດ​ບັນດາ​ປະ​ເທດ ອາ​ຊຽນ, ລັດ​ເຊຍ, ຍີ່ປຸ່ນ ປະຈຳ ​ໂປ​ໂລ​ຍ ພ້ອມ​ກັບ​ນັກ​ຊ່ຽວຊານ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ພາກ​ພື້ນ​ອາຊີ - ປາຊີ​ຟິກ ຫຼາຍ​ທ່ານ ​ແລະ ບັນດາ​ນັກ​ຂ່າວ​ຂອງ​ສຳ​ນັກ​ຂ່າ​ວສານ​ຂອງ ​ໂປ​ໂລ​ຍບາງ​ແຫ່ງ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Michal Kolodziejski, ຫົວໜ້າ​ກົມ ອາຊີ - ປາຊີ​ຟິກ ຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ໂປ​ໂລ​ຍ, ຖະ​ແຫຼ​ງວ່າຫຼັກ​ໝັ້ນ​ຂອງ ​ໂປ​ໂລ​ຍ ​ແມ່ນ​ປາດ​ຖະໜາ​ຢາກ ບັນດາ​ຝ່າຍ​ທີ່​ມີ​ການຂັດ​ແຍ້​ງຮັກສາ​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ໂດຍ​ຜ່ານ​ກົດໝາຍ​ສາກົນ​ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ, ຫຼີກ​ລ້ຽງ​ບັນດາ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ເອກ​ອັກຄະ​ລັດຖະທູດ ມາ​ເລ​ເຊຍ Admad Fadil Shasuddin ກໍ່​ສະ​ແດງ​ການ​ສະໜັບສະໜູ​ນທັດສະນະ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ກົດໝາຍ​ສາກົນ​ບົນ​ພື້ນຖານ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ​ກໍ່ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ຖື​ວ່າ​ບັນດາ​ປະ​ເທດ​ໃຫຍ່​ຄວນ​ສືບ​ຕໍ່​ຊຸກຍູ​​້ວິວັດທະນາ​ການ​​ແກ້​ໄຂ​ການຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຮັບປະກັນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ນີ້.

ຂ່າວ/ບົດ​ອື່ນ