ຄົ້ນຄ້ວາ, ສະຫລຸບກ່ຽວກັບພາລະກິດ ປ່ຽນແປງໃໝ່ກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ ຫວຽດນາມ

ຄົ້ນຄ້ວາ, ສະຫລຸບກ່ຽວກັບພາລະກິດ ປ່ຽນແປງໃໝ່ກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ ຫວຽດນາມ - ảnh 1
ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ
(ພາບປະກອບ)

(vovworld) - ວັນ​ທີ 14/6, ຢູ່ ຮ່າ​ໂນ້ຍ, ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ວິທີຄົ້ນຄ້ວາ, ສະ​ຫລຸບ ​ເຮັດ​ໃຫ້​ບາງ​ບັນຫາ​ທິດ​ສະ​ດີ​ກ່ຽວ​ກັບ​ພາລະກິດ​ປ່ຽນ​ໃໝ່​ກ້າວ​ຂຶ້ນ​ສູ່​ ສັງຄົມ​ນິຍົມ ຢູ່ ຫວຽດນາມ ຢ່າງ​ຈະ​ແຈ້ງ”. ​ເລື່ອງ​ສະຫລຸບ​ນຳ​ໃຊ້​ວຽກ​ງານ​ພັດທະນາ​ທິດ​ສະ​ດີ, ສ້າງ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ ​ໂດຍ​ກົງ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກວິທະຍາສາ​ດ, ນັກ​ຄົ້ນ​ຄ້ວາ​ໄດ້​ປຶກສາ​ຫາລື​ບັນ​ດາ​ເນື້ອ​ໃນ: ສະພາວະແຫ່ງການກຳເນີດ, ​ສ້າງ​ຕັ້ງ ​ແລະ ພັດທະນາ​ແນວທາງ​ປ່ຽນແປງ​ໃໝ່​ປະ​ເທດ​ຊາດ, ບັນດາ​ບັນຫາ​ທິດ​ສະ​ດີ​ກ່ຽວ​ກັບ​ຈຸດໝາຍ ​ແລະ ຮູບ​ແບບ​ສັງຄົມ​ນິຍົມ​ເຊິ່ງ ຫວຽດນາມ ກໍ່ສ້າງ, ບັນດາ​ໄລຍະ​ທາ​ງພັດທະນາ​ຂອງ​ແນວທາງ​ປ່ຽນ​ແປງໃໝ່..​​. ບັນດາ​ນັກ​ວິທະຍາສາດ ກໍ່​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນຫາ​ທິດ​ສະ​ດີ​ທີ່​ຍັງ​ບໍ່​ທັນ​ຈະ​​ແຈ້ງ​ກ່ຽວກັບຈຸດໝາຍ, ຮູບ​ແບບ, ຈຸດພິເສດສະເພາະ, ​ແນວທາງ, ກຳນົດ​ທິດມາດ​ຕະການ​ປະຕິບັດ​ພາລະກິດ​ປ່ຽນແປງ​ໃໝ່​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ, ວິທີ​ສຳ​ພັດ, ວິທີ​ຄົ້ນ​ຄ້ວາ​ເຮັດ​​ໃຫ້​ບັນດາ​ບັນຫາ​ທິດ​ສະ​ດີ​ກ່ຽວ​ກັບ​​ພາລະກິດ​ປ່ຽນແປງ​ໃໝ່​ກ້າວຂຶ້ນສູ່​ສັງຄົມ​ນິຍົມ ຢູ່ ຫວຽດນາມ ກະຈ່າງແຈ້ງ.

 

ຂ່າວ/ບົດ​ອື່ນ