ຄົນງານຫວຽດນາມ 19 ຄົນພວມຢູ່ Yemen ແຕ່ໃນເຂດປອດໄພ

ຄົນງານຫວຽດນາມ 19 ຄົນພວມຢູ່ Yemen ແຕ່ໃນເຂດປອດໄພ - ảnh 1
(ທ່ານ​ນາງຮອງ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽ​ດນາມ ຟ້າ​ມທູ​ຮັ່ງ)

(vovworld) – ວັນ​ທີ 07/04, ທ່ານ​ນາງຮອງ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽ​ດນາມ ຟ້າ​ມທູ​ຮັ່ງ ​ໃຫ້​ຮູ້​ກ່ຽວກັບ​ສະພາບ​ການ​ຂອງ​ພົນລະ​ເມືອງ​ຫວຽດນາມ ຢູ່ Yemen ວ່າ: ປະຈຸ​ບັນ​ມີ​ຄົນ​ງານ​ຫວຽດນາມ 19 ຄົນ​ພວມຢູ່ Yemen ​ແຕ່ໃນ​ເຂດ​ປອດ​ໄພ, ຫາງ​​ໄກຈາກ​ບັນດາ​ສະຖານ​ທີ່​ເກີດ​ການ​ປະ​ທະ​ກັນ. ຄົນ​ງານ​ຫວຽດນາມ ​ເຫຼົ່າ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​​ກະລາສີຫາ​ປາ​ຢູ່​​ໄກ​ຝັ່ງ ຕາມ​ສັນຍາ​ກັບ​ບໍລິສັດ​ຂອງ​ສ.​ເກົາຫຼີ. ​ໃນ​ຊຸມ​ມື້​ຜ່ານ​ມາ, ສະຖານທູດ​ຫວຽດນາມ ຢູ່​ຊາ​ອຸ​ດີ ອາຣາ​ເບຍ ​ຢູ່ Yemen ​ໄ​ດ້ຕິດ​ຕໍ່​ກັບ​ຜູ້ຕາງໜ້າ​ຄົນ​ງານ​ຫວຽດນາມ ຢ່າງ​ແໜ້ນ​ແຟ້ນ. ສະຖານທູດ​ຫວຽດນາມ ປະຈຳ ຊາ​ອຸ​ດີ ອາຣາ​ເບຍ ພວມ​ສົມທົບ​ກັບ​ບັນດາອົງການ​ທີ່ກ່ຽວຂ້ອງ Yemen, ສະຖານທູດ​ບັນດາ​ປະ​ເທດອາ​ຊຽນ ​ແລະ ປະ​ເທດ​ອື່ນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​​ແບ່ງປັນ​ຂໍ້​ມູນ ​ແລະ ສົມທົບ​ກັນ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ພົນລະ​ເມືອງ​ຫວຽດນາມ. ສະຖານທູດ​ຫວຽດນາມ ປະຈຳ ຊາ​ອຸ​ດີ ອາຣາ​ເບຍ ​ໄດ້​ກະກຽມ​ບັນດາ​ວິທີ​ການ​ຢ່າງ​ລະອຽດ ​ເພື່ອ​ນຳ​ຄົນ​ງານ​ຫວຽດນາມ ອອກ​ຈາກ Yemen ​ໃນ​ສະພາວິ​ສຸກ​ເສີນ.

ຂ່າວ/ບົດ​ອື່ນ