ຄົ້ນຫາອາຫານຫວຽດນາມຢູ່ຫໍພິພິຕະພັນແຫ່ງທຳອິດໃນໂລກກ່ຽວກັບອາຫານ

ຄົ້ນຫາອາຫານຫວຽດນາມຢູ່ຫໍພິພິຕະພັນແຫ່ງທຳອິດໃນໂລກກ່ຽວກັບອາຫານ - ảnh 1
ແຂກ​ຖືກ​ເຊີນ​ໄດ້​ຮັບ​ປະ​ທາ​ນ​ອາ​ຫານ​ບາງ​ເຍື່ອງ​ຂອງ ຫວຽດ​ນາມ
(ພາບ: ຮ່​ວາງ​ຮວ​າ - ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ)

(vovworld) – ຄົ້ນ​ຫາ​​ລົດ​ຊາດອາ​ຫານ ຫວຽດ​ນາມ ແມ່ນ​ລາຍ​ການ​ໂດຍ​ຫ​ໍ​ພິ​ພິ​ທະ​ພັນ​ແຫ່ງ​ທຳ​ອິດ​ກ່ຽວ​ກັບ​ອາ​ຫານ ທີ່​ມີ​ຊື່​ວ່າ: Alimentarium, ນະ​ຄອນ Vevey (ຂຶ້ນ​ກັບ​ລັດ Vaud ທາງ​ພາກ​ຕາ​ເວັນ​ຕົກປະ​ເທດ ສະ​ວິດ) ແລະ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ວິດ ສົມ​ທົບ​ກັນ​ຈັດ​ຕັ້ງ. ນີ້​ແມ່ນ​ຄັ້​ງ​ທຳ​ອິດ​ທີ່ Alimentarium, ຫໍ​ພິ​ພິ​ຕະ​ພັນ​ແຫ່ງ​ທຳ​ອິດ​ໃນ​ໂລກ​ກ່ຽວ​ກັບ​ອາ​ຫານ​ການ​ກິນ​ໄດ້​ຮັບ​ການ​​ສ້າງ​ຕັ້ງ​ກ່ອນນີ້ກ່​ວາ 30 ປີ, ເລືອກ​ເຟັ້ນ ແລະ ແນະ​ນຳ​ອາ​ຫານ​ຂອງ​ປະ​ເທດ​ໜຶ່ງ. ກ່​່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ນາງ Laetitia Aeberl, ຜູ້​ຕາງ​ໜ້າ​ຫໍ​ພິ​ພິ​ຕະ​ພັນ Alimentarium ໃຫ້​ຮູ້​ວ່າ: ເລື່ອງ​ຫໍ​ພິ​ພິ​ຕະ​ພັນ​ຕົກ​ລົງ​ຈັດ​ຕັ້ງ​ລາຍ​ການ​ອາ​ຫານ​ ກັບ​ສະ​ຖານ​ທູດ ຫວຽດ​ນາມ ເປັນ​ສິ່ງ​ພິ​ເສດ, ມັນ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖ​ື​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ແລະ ​ວັດ​ທະ​ນະ​ທຳ​ອາ​ຫານ​​ການ​ກິນທີ່​ເປັນ​ເອ​ກະ​ລັກ​ສະ​ເພາ​ະ​ຂອງ ຫວຽດ​ນາມ. ເຂົ້າ​ຮ່ວມ​ລາຍ​ການ, ບັນ​ດາ​ແຂກ​ຖືກ​ເຊີນ​ກໍ່​ໄດ້​ຮັບ​ປະ​ທານ​ອາ​ຫານ​ຂອງ ຫວຽດ​ນາມ ບາງ​ເຍື່ອງ.


ຂ່າວ/ບົດ​ອື່ນ