ຄົນເຈັບຕິດໄວຣັດ ອີໂບລາພວມໄດ້ ຮັບການປິ່ນປົວຢູ່ ຝະລັງ


ຄົນເຈັບຕິດໄວຣັດ ອີໂບລາພວມໄດ້ ຮັບການປິ່ນປົວຢູ່ ຝະລັງ - ảnh 1

​(ພາບ: THX/TTXVN )

 (vovworld)- ​ ວັນ​ທີ 3/11, ທ່ານ Marisol Touraine ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຝະລັງ ​ໃຫ້​ຮູ້​ວ່າ ອາການ​ສຸຂະພາບ​ຂອງ​ພາລະ​ກອນ ສປຊ ຖືກ​ຕິດ​ໄວຣັດອີ​ໂບລາ ພວມ​ໄດ້​ຮັບ​ການ​ປິ່ນປົວ​ຢູ່​ຝະລັງ ​ມີ​ສັນຍານເປັນ​ປົກ​ກະຕິ.

  ​ໃນ​ວັນ​ດຽວ​ກັນ, ສຳນັກ​ຂ່າວສານ Belga ຂອງ​ແບນ​ຊິກ ​ໃຫ້​ຮູ້​ວ່າ: ວົງ​ການ​ເຈົ້າໜ້າ​ທີ່​ການ​ແພດ​ປະ​ເທດ​ນີ້ ​ໄດ້​ກວດພົບ​ຜູ້ 1 ຖືກ​ສົງ​ໃສ​ຕິດ​ໄວຣັດອີ​ໂບລາ ຢູ່​ສະໜາມ​ບິນ ບຣຸກ​ແຊນ ​ແລະ ຜູ້​ນີ້​ໄດ້ຖືກ​ສົ່ງ​ໄປ​ຍັງ​ໂຮງໝໍ St.Peter’s ຢູ່​ບຣຸກ​ແຊນ ​ເພື່ອ​ປະຕິບັດ​ການ​ວິ​​ໄຈ. ຜູ້​ໂດຍສານ​ຕ່າງໆ​ໃນ​ຖ້ຽວ​ບິນ​ດຽວ​ກັນ​ກໍ່​ໄດ້​ຖືກ​ກວດສຸຂະພາບ​ຢູ່​ສະໜາມ​ບິນ​ເຊັ່ນ​ດຽວ​ກັນ.

   ຕາມ​ຕົວ​​ເລກ​ສະຖິຕິ​ຫຼ້າ​ສຸດ​ຂອງ​ອົງການ​ອະນາ​ໄມ​ໂລກ (WHO), ​ໄລ່​ຮອດ​ທ້າຍ​ເດືອນ 10/2014 , ​ໂລກ​ມີ​ຜູ້ຕິດ​ໄວຣັດອີ​ໂບລາກ່ວາ 13.700 ຄົນ​ແລ້ວ, ​ໃນ​ນັ້ນ, ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ​ແມ່ນ 4922 ຄົນ ​ແລະ ຄົນ​ເຈັບສ່ວນ​ຫຼາ​ຍ​ແມ່ນຢູ່​ບັນດາ​ປະ​ເທດ​ອາ​ຟິຼກກາ​ຕາ​ເວັນ​ຕົກ​ຄື: Liberia, Sierra Leone ​ແລະ Guinea./.

 

ຂ່າວ/ບົດ​ອື່ນ