ຄຸ້ມຄອງເສດຖະກິດມຸ່ງໄປເຖິງລັດເຫ່ງການສ້າງສັນ

(VOVWORLD) - ວັນທີ 13 ມິຖຸນາ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ສົມທົບກັບທະນາຄານໂລກປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມສາກົນດ້ວຍຫົວຂໍ້ວ່າ “ການຄຸ້ມຄອງເສດຖະກິດ ມຸ່ງໄປເຖິງລັດແຫ່ງການສ້າງສັນ”
ຄຸ້ມຄອງເສດຖະກິດມຸ່ງໄປເຖິງລັດເຫ່ງການສ້າງສັນ - ảnh 1 (ພາບປະກອບ)

ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານເສດຖະກິດ, ນັກວາງແຜນນະໂຍບາຍຂອງ ຫວຽດນາມ ແລະ ບັນດາຄູ່ຮ່ວມມືສາກົນ ແລກປ່ຽນ, ແບ່ງປັນບັນດາບົດຮຽນກ່ຽວກັບການກຳນົດທິດ ບົດບາດຂອງລັດໃນການຄຸ້ມຄອງເສດຖະກິດຄືນໃໝ່ແລະ ເພີ່ມທະວີລະບອບລະບຽບການ, ມຸ່ງໄປເຖິງລັດແຫ່ງການສ້າງສັນ, ແນໃສ່ພັດທະນາແບບຍືນຍົງ ແລະ ວັດທະນາຖາວອນກ່ວາ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນເທ໋ເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຢືນຢັນວ່າ:

        “ຄວນເຮັດແຈ້ງສາຍພົວພັນລະຫວ່າງ 3 ເສົາຄ້ຳຂອງລະບອບລະບຽບການລັດ - ການຕະຫລາດ - ສັງຄົມ. ນີ້ແມ່ນພື້ນຖານກຳນົດແຈ້ງ ແລະ ລະອຽດກ່ຽວກັບບົດບາດ ແລະ ວິທີການແຊກແຊງຂອງລັດເຂົ້າພື້ນຖານເສດຖະກິດ ໃນສະພາວະພັດທະນາເສດຖະກິດການຕະຫລາດຄົບຖ້ວນ. ເຮັດແຈ້ງບັນດາການພົວພັນລະຫວ່າງລັດກັບສັງຄົມ, ຫຼືອຳນາດການປົກຄອງກັບປະຊາຊົນ. ຈາກນັ້ນ ອາດຈະເຮັດແຈ້ງທິດທາງປະຕິຮູບ, ປັບປຸງກົງຈັກລັດ ເພື່ອຍົກສູງປະສິດທິຜົນຜົນສັກສິດຂອງລັດ.

        ທີ່ກອງປະຊຸມ ບັນດາຜູ້ແທນຖືວ່າ ເພື່ອປະຕິບັດວິວັດການ “ຫວຽດນາມ 2035 ມຸ່ງໄປເຖິງສິວິໄລ, ປະດິດສ້າງ, ຍຸຕິທຳ ແລະ ປະຊາທິປະໄຕ”, ຫວຽດນາມ ຕ້ອງຍູ້ແຮງ 6 ການຫັນປ່ຽນໃຫຍ່ໃນ 3 ເສົາຄ້ຳພັດທະນາເສດຖະກິດ, ສັງຄົມ ແລະ ລະບອບລະບຽບການ.

ຕອບກັບ

ຂ່າວ/ບົດ​ອື່ນ