ຄວນປ່ຽນຊື່ກົດໝາຍວ່າດ້ວຍຄວາມປອດໄພດ້ານສ່ືສານເປັນກົດໝາຍວ່າດ້ວຍຄວາມປອດໄພດ້ານສື່ສານທາງອິນເຕີແນດ

ຄວນປ່ຽນຊື່ກົດໝາຍວ່າດ້ວຍຄວາມປອດໄພດ້ານສ່ືສານເປັນກົດໝາຍວ່າດ້ວຍຄວາມປອດໄພດ້ານສື່ສານທາງອິນເຕີແນດ - ảnh 1
(ພາບປະກອບ)

​(vovworld) - ​ໃນ​ວາລະ​ປຶກສາ​ຫາ​ລື​ກ່ຽວ​ກັບຮ່າງ​ກົດ​ໝາຍວ່າ​ດ້ວຍ​ຄວາມ​ປອດ​ໄພ​ດ້ານ​ສື່ສານ ຕ້ອນ​ເຊົ້າ​ວັນ​ທີ 24/06, ສະມາຊິກ​ສະພາ​ແຫ່ງ​ຊາດ​ສ່ວນ​ຫຼາຍ​ໄດ້​ເຫັນ​ດີ​ເລື່ອງປ່ຽນ​ຊື່​ກົດ​ໝາຍ​ແມ່ນ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ດ້ານສື່ສານທາງ​ອິນ​ເຕີ​ແນດ ​ເພື່ອ​ສ່ອງ​​ແສງ​ທາດແທ້, ​ເນື້ອ​ໃນ, ຂອບ​ເຂດ, ​ເປົ້າ​ໝາຍ​ຂອງ​ຮ່າງ​ກົດໝາຍ​ນີ້​ໃຫ​້ຖືກ​ວ່າ.

      ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ນຳ​ກັນ​ວ່າ, ເລື່ອງ​ປະກາດ​ໃຊ້​ກົດໝາຍ​ແມ່ນ​ຈຳ​ເປັນ. ​ເລື່ອງ​ສ້າງ​​ຮ່າງ​ກົດໝາຍ​ແມ່ນ​ແນ​ໃສ່​ປັບປຸງ​ພື້ນຖານ​ນິຕິ​ກຳ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ​້ານສື່ສານ; ​ເສີມ​ຂະຫຍາຍ​ບັນດາ​ແຫຼ່ງກຳລັງ​ຂອງ​ປະ​ເທດ​ຊາດ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສື່ສານ, ຕອບ​ສະ​ໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນການ​ພັດທະນາ​ເສດຖະກິດ - ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງກັນ​ຄວາມ​ສະຫງົບ. ທ່ານ ຫງວຽນ​ຮຶວຮຸ່ງ, ສະມາຊິກ​ສະພາ​ແຫ່ງ​ຊາດ ​ແຂ​ວງ ຕ່ຽນຢາງ ປະກອບ​ຄຳ​ເຫັນ​ວ່າ.

      “ຮ່າງ​ກົດໝາຍ​ຕ້ອງ​ມີ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ສິດ ​ແລະ ພັນທະ​ຂອງ​ວິ​ສາ​ຫະກິດ, ສ່ວນ​ບຸກຄົນ​ທີ່​ສະໜອງ​ຂໍ້​ມູນ​ສາທາລະນະ​ຂ້າມຊາຍ​ແດນ. ​ເລື່ອ​ງຄຸ້ມຄ​ອງຢ່າງ​​ເຂັ້ມ​ງວດ, ​​ເປັນ​ເອກະ​ພາບ​​ໃນ​ຂົງ​ເຂດ​ກົດ​ລັບ​ແມ່ນມີ​ຄວາມ​ຈຳ​ເປັນ​, ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສວຍ​ໃຊ້​ກົດ​ລັບ​ກໍ່​​ໃຫ້​ເກີດຄວາມ​ເສຍ​ຫາຍ​​ເຖິງ​ຄວາມ​ສະຫງົບ​ແຫ່ງ​ຊາດ. ​ເລື່ອງ​ກຳ​ນົດການ​ຄຸ້ມ​ຄອງ, ອະນຸຍາດ​ໃຫ້​ດຳ​ເນີນ​ທຸລະ​ກິດກົດ​ລັບພົນລະ​ເຮື​ອນ, ການກວດກາ​ຕີ​ລາຄາ​ຄຸນ​ນະພາ​ບກົດ​ລັບ​ພົນລະ​ເຮື​ອນ​ແມ່ນ​ສາມາດ​ມອບ​ໃຫ້​ພຽງ​ອົງການ​ກົດ​ລັບ​ແຫ່ງ​ຊາດ​ຄື​​ໃນ​ປະຈຸ​ບັນ​ແມ່ນ ຄະນະ​ກົດ​ລັບລັດຖະບານ​ປະຕິບັດ​ແມ່ນ​ເໝາະ​ສົມ”.

      ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 24/06, ສະພາ​ແຫ່ງຊາດ​ໄດ້​ລົງ​ປະຊາ​ມະຕິ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ກວດ​ສອບ​ບັນຊີ​ແຫ່ງ​ລັດ (ສະບັບ​ປັບປຸງ).

ຂ່າວ/ບົດ​ອື່ນ