ຄວບ​ຄຸ​ມລາ​ຄ​າ​ຜະ​ລິດ​ຕະ​ພັນເຄື່ອງໃຊ້​ທີ່​ຈຳ​ເປັນ​ຢ່າງ​ເຄັ່ງຄັດ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ກໍ່ສະເໜີໃຫ້ທະນາຄານແຫ່ງລັດ ແລະ ບັນດາກະຊວງຂະແໜງການບໍລິຫານຢ່າງມີໄຫວພິບ, ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ສົມທົບນະໂຍບາຍການເງິນ, ເງິນຕາ ຢ່າງກົມກຽວ, ບໍ່ກໍ່ຜົນກະທົບທາງລົບຕໍ່ການຄຸ້ມຄອງລາຄາ.
ຄວບ​ຄຸ​ມລາ​ຄ​າ​ຜະ​ລິດ​ຕະ​ພັນເຄື່ອງໃຊ້​ທີ່​ຈຳ​ເປັນ​ຢ່າງ​ເຄັ່ງຄັດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ກ່າວຄຳເຫັນທີ່ກອງປະຊຸມ

ຕອນບ່າຍວັນທີ 14 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ເປັນປະທານກອງປະຊຸມກັບບາງກະຊວງ, ຂະແຫນງການ, ທ້ອງຖິ່ນ ກ່ຽວກັບວຽກງານຄຸ້ມຄອງບໍລິຫານລາຄາຜະລິດຕະພັນເຄື່ອງໃຊ້ທີ່ສຳຄັນ, ຈຳເປັນຈຳນວນໜຶ່ງຄື: ນ້ຳມັນ, ວັດສະດຸກໍ່ສ້າງ, ເຫຼັກກ້າ, ຝຸ່ນເຄມີ, ຜະລິດຕະພັນກະເສດ, ການບໍລິການອຸປະກອນການແພດ... ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈົ່ງຕິດຕາມການຜັນແປຂອງທ້ອງຖິ່ນຢ່າງໃກ້ຊິດ, ຕີລາຄາສະພາບການຢ່າງຖືກຕ້ອງເພື່ອຮັບປະກັນແຫຼ່ງສະໜອງສຳລັບແຕ່ລະຜະລິດຕະພັນ. ທ່ານກ່າວວ່າ:

        ການຄາດຄະເນ ແລະ ບັນດາມາດຕະການ, ກຸ່ມມາດຕະການເພື່ອຮັກສາລາຄາເປັນປົກກະຕິ, ຄຸ້ມຄອງໄພເງິນເຟີ້ ຕາມເປົ້າໝາຍ ທີ່ສະພາແຫ່ງຊາດຮັບຮອງເອົາແມ່ນບໍ່ເກີ 4%. ຖ້າຫາກວ່າພວກເຮົາບໍ່ສາມາດຄວບຄຸມລາຄາໄດ້ນັ້ນ ໝາກຜົນເຊິ່ງພວກເຮົາມານະພະຍາຍາມ ເປັນພິເສດໃນໂຄງການຟື້ນຟູພັດທະນາເສດຖະກິດຈະຖືກຜົນສະທ້ອນຢ່າງໃຫຍ່ຫຼວງທີ່ສຸດ.

        ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ກໍ່ສະເໜີໃຫ້ທະນາຄານແຫ່ງລັດ ແລະ ບັນດາກະຊວງ, ຂະແໜງການບໍລິຫານຢ່າງມີໄຫວພິບ, ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ສົມທົບນະໂຍບາຍການເງິນ, ເງິນຕາ ຢ່າງກົມກຽວ, ບໍ່ກໍ່ຜົນກະທົບທາງລົບຕໍ່ການຄຸ້ມຄອງລາຄາ. ເປົ້າໝາຍຈຸດສຸມແມ່ນຕ້ອງຄວບຄຸມລາຄາຜະລິດຕະພັນເຄື່ອງໃຊ້ທີ່ຈຳເປັນຢ່າງຖືກຕ້ອງຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ