ຄວບຄຸມໄພເງິນເຟີ້ລົງເຫຼືອພຽງ 9% ໃນປີ 2012

ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 1 ມື້​ເຄິ່ງ, ກອງ​ປະ​ຊຸມ​ລັດຖະບານ​ເປີດ​ກ້ວາງ​ກັບ​ທ້ອງ​ຖີ່​ນ ຕ່າງໆ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2012 ​ໄດ້​ອັດ​ລົງ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 23/12 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈງ​ວ່າ: ​ເຖິງ​ວ່າ​ບັນລຸ​ໄດ້​ບາງ​ໝາກຜົນ​ອັນ​ຕັ້ງໜ້າ​ກໍ່ຕາມ ​ແຕ່​ກໍ່ຍັງ​ບໍ່​ທັນ​ໝັ້ນຄົງ​ເທື່ອ. ທ່ານ​ກ່າ​ວວ່າ:

“ປີ 2012 ສືບ​ຕໍ່​​ໃຫ​້ບຸລິມະສິດ​ແກ່​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້ ດ້ວຍຈຸດໝາຍ​ສູ້​ຊົນ​ຫຼຸດຜ່​ອນ​ລົງເຫຼືອ​ພຽງ 9%, ​ເຮັດ​ໄດ້​ຄື​ແນວ​ນັ້ນ​ຈຶ່ງສາມາດ​ຮັກສາ​ເສດຖະກິດ​ມະຫາ​ພາກ​​ໃຫ​້​ເປັນ​ປົກກະຕິ​ໄດ້. ຕ້ອງ​ສຸມ​ໃສ່​ຊີ້​ນຳ, ຄວມຄຸມ​ໄພ​ເງິນ​ເຟີ້, ກ​່ອນອື່ນ​ໝົດ​ແມ່ນ​ນະ​ໂຍບາຍ​ເງິນຕາ. ທີ່ 2 ​ແມ່ນການ​ນຳ​ທ້ອງ​ຖີ່​ນຕ້ອງ​ຄວບ​ຄຸມ​ລາຄາ, ຖ້າ​ຫາກ ປະ​ໃຫ້​ເກີດ​ມີ​ການ​ກັກ​ຕູນ​ສິນຄ້າ​ເພື່ອເພີ່ມ​ລາຄາ​​ໃນ​ໂອກາດ​ປີ​ໃໝ່​ປະຈຳ​ຊາດ ​ແລະ ​ໄລຍະ​ຕົ້ນ​ປີ​ນັ້ນ, ຈະບໍ່​ສາ​ມາດ​ຄວບຄຸມ​ໄພ​ເງິນ​ເຟີ້​ໄດ້”

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງສະ​ເໜີ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນຕ່າງໆ​ຕ້ອງ​ຕິດຕາມ​ກວດກາ​ການ​ຜັນ​ແປ່​ຂອງ​ສະພາບ​ເສ​ດຖະກິດ​ໂລກ ​ແລະ ຢູ່ພາຍ​ໃນ​ປະ​ເທດ​ເພື່ອມີ​ນະ​ໂຍບາຍ​ຢ່າງ​ທັນ​ການ: ​ເດັດຂາດ​ບໍລິ​ຫານ​ເພື່ອ​ຫຼຸດ​ຜ່ອນ​ການລາຍ​ຈາ​ຍ​ງົບປະມານ​​ເກີນ​ດຸນຕຳ່​ກ່ວາ 4,8%. ພ້ອມ​ກັບ​ບັນດາ​ນະ​ໂຍບາຍ​ມະຫາ​ພາກ, ທ້ອງ​ຖີ່​ນຕ່າງໆ​ຕ້ອງ​ຮັກສາ ​ແລະ ພັດທະນາ​ການ​ຜະລິດ​ເພື່ອ​ບັນລຸ​ຈຸດໝາຍ​ເຕີບ​ໂຕ 6%​ໃນ​ປີ 2012.

ຂ່າວ/ບົດ​ອື່ນ