ຄວາມຄາດ​ຫວັງ​ຢາກ​ມີສັນຕິພາບ,ເສລີພາບ ແລະ ຍຸຕິທຳຈະເອົາຊະນະຕໍ່ທຸກໆການກະທຳທີ່ ນຳໃຊ້ກຳ​ລັງ​ອາ​ວຸດ ແລະ ທະ​ເຍີ​ທະ​ຍານ​ຢາກ ຄອບຄອງ, ແຜ່ອຳນາດ

(VOVWORLD) -ວັນທີ 8 ພຶດສະພາ,ໄດ້ດຳເນີນກອງປະຊຸມຂັ້ນສູງທາງອອນລາຍ ຂອງສະພາຄວາມ ໝັ້ນຄົງ ສປຊ ດ້ວຍຫົວຂໍ້ “75 ປີພາຍຫຼັງສົງຄາມໂລກຄັ້ງທີ 2 ຢູ່ເອີລົບ - ບົດຮຽນທີ່ທອດຖອນໄດ້ເພື່ອສະກັດກັ້ນໄພພິບັດໃນອະນາຄົດ, ຄວາມຮັບຜິດຊອບຂອງສະພາຄວາມໝັ້ນຄົງສປຊ”.

ຄວາມຄາດ​ຫວັງ​ຢາກ​ມີສັນຕິພາບ,ເສລີພາບ ແລະ ຍຸຕິທຳຈະເອົາຊະນະຕໍ່ທຸກໆການກະທຳທີ່ ນຳໃຊ້ກຳ​ລັງ​ອາ​ວຸດ ແລະ ທະ​ເຍີ​ທະ​ຍານ​ຢາກ ຄອບຄອງ, ແຜ່ອຳນາດ - ảnh 1ທ່ານ ຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ 

(ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ສົງຄາມໂລກຄັ້ງທີ 2 ໄດ້ສະແດງໃຫ້ເຫັນບັນດາການກະທຳແຜ່ອຳນາດ, ຈັດວາງອຳນາດບາດໃຫຍ່ ແລະ ລັດທິຂຸນເສິກເຊິ່ງບໍ່ມີວັນທີ່ຈະສາມາດດັດມອບ ຄວາມຄາດຫວັງອັນແຮງກ້າ ຂອງບັນດາປະຊາຊາດທີີ່ໄດ້ດຳລົງຊີວິດໃນສັນຕິພາບ, ເສລີພາບ, ບັນດາຄຸນຄ່າລວມຂອງມວນມະນຸດ.

ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ,ພ້ອມກັບການເຄື່ອນໄຫວຂອງລະບົບຫຼາຍຝ່າຍ,ການເຄົາລົບກົດໝາຍແລະປະຕິບັດຕາມກົດບັດສປຊ,ເປັນຕົ້ນແມ່ນບັນດາຫຼັກການກ່ຽວກັບເອກະລາດອະທິປະໄຕແລະຜືນແຜ່ນດິນອັບຄົບຖ້ວນ,ການບໍ່ນຳໃຊ້ກຳລັງອາວຸດແລະແກ້ໄຂບັນດາຄວາມຂັດແຍ້ງໂດຍສັນຕິວິທີໄດ້ປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ ແລະ ສະກັດກັ້ນໄພສົງຄາມໂລກໃນໄລຍະ 75 ປີທີ່ຜ່ານມາ. 

ຕອບກັບ

ຂ່າວ/ບົດ​ອື່ນ