ຄວາມບໍ່ລົງລອຍກັນທີ່ເຄັ່ງຕຶງໃນພິທີໄຂ ກອງປະຊຸມເຊີແນວII

ຄວາມບໍ່ລົງລອຍກັນທີ່ເຄັ່ງຕຶງໃນພິທີໄຂ ກອງປະຊຸມເຊີແນວII - ảnh 1
ທ່ານ Bankimoon ເລຂາທິການໃຫຍ່ ສປຊ
ພາບ:internet


(vovworld) - ​ໃນ​ວັນ​ທີ 22/1 ​ແມ່ນມື້​ທຳ​ອິດຂອງ​ກອງ​ປະຊຸມ​ສັນຕິພາບ ​ເຊີ​ແນວ II ຈັດ​ຂຶ້ນ​ຢູ່ Montreux ປະ​ເທດ​ສະ​ວິດ, ບັນດາ​ພັກຝ່າຍ​ທີ່​ເຂົ້າ​ຮ່ວມສົງຄາມ​ຢູ່ ຊີຣີ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​ເລິກ​ເຊິ່ງ. ກ່າວ​ຄຳ​ເຫັນ​​ໄຂ​ພິທີ, ທ່ານ Walid Muallem ລັດຖະມົນຕີ​ການ​ຕ່າງປະ​ເທດ ຊີຣີ ​ໄດ້​ກ່າວ​ປະນາມ​ຝ່າຍ​ຄ້ານ​ຂອງ​ປະ​ເທດ​ນີ້ ​ແມ່ນ​ບັນດາ​ພວກ​ທໍລະ​ຍົດ ​ແລະ ​ສືບ​ລັບຕ່າງປະ​ເທດ. ທ່ານ Muallem ຢືນຢັນ​ວ່າ: ພຽງ​ແຕ່​ຊາວ ຊີຣີ ​ຈຶ່ງ​ສາມາດ​ຕັດສິນຊາຕະກຳຂອງ​ປະທານາທິບໍດີ Bashar al Assad ​ໄດ້. ​ຝ່າຍ​ຄ້ານ ຢູ່ ຊີຣີ ກໍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ແຂງ​ກະດ້າງ​ເມື່ອ​ຫົວຫນ້າ​ຝ່າຍ​ຄ້ານ​ຂອງ ຊີຣີ ພ້ອມ​ທັງ​​ເປັນ​ປະທານ​ພັນທະ​ມິດ​ຊົນ​ຊາດ ຊີຣິ, ທ່ານ Ahmad Jarba ຢືນຢັນ ຈະ​ບໍ່​ເຈລະຈາ​ກ່ຽວ​ກັບ​ເລື່ອງ​ທ່ານ​ປະທານາທິບໍດີ Bashar al Assad ສືບ​ຕໍ່ດຳລົງ​ຕຳ​ແຫນ່​ງ ​ເພາະວ່າ ຕາມ​ທ່ານ Ahmad Jarba ​ແລ້ວ ຈຸດປະສົງ​ຂອງ​ກອງ​ປະຊຸມ​ແມ່ນ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ​ໃຫມ່. ທ່ານ Jarba ຮຽກຮ້ອງ​ໃຫ້​ຄະນະ​ຜູ້​ແທນ​ຂອງ​ລັດຖະບານ ຊີ​ຣີ ຕ້ອງ​ລົງ​ນາມ​ອັນ​ທີ່​ເອີ້ນ​ວ່າ ຂໍ້​ຕົກລົງ ​ເຊີ​ແນວ I, ຕາມ​ນັ້ນ​ແລ້ວ ຄວາມ​ຮຽກຮ້ອງ​ມອບ​ໂອນ​ສິດ​ອຳນາດ​ຂອງ​ທ່ານ Bashar al Assad ລວມທັງ ກອງທັບ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ແກ່​ລັດຖະບານ​ໃຫມ່.

ຂ່າວ/ບົດ​ອື່ນ