ຄວາມປອດໄພທາງ ເຄືອຂ່າຍອີນເຕີແນັດ ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງຂອງຫວຽດນາມ

ຄວາມປອດໄພທາງ ເຄືອຂ່າຍອີນເຕີແນັດ ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງຂອງຫວຽດນາມ - ảnh 1
ທ່ານ​ລັດຖະ​ມົນຕີກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື​ສານ​ ຫງວຽນ​ບັ໋ກຊອນ
(ພາບປະກອບ)


(vovworld) - ​ເປີດ​ສາກການ​ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໃນ​ຕອນ​ບ່າຍ​ວັນ​ທີ 20/11, ທ່ານ​ລັດຖະ​ມົນຕີກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື​ສານ​ ຫງວຽນ​ບັ໋ກຊອນ ​ໄດ້ຕີ​ລາຄາ​ກ່ຽວ​ກັບ​ໄພ​ຄວາມ​ສະຫງົບ, ປອດ​ໄພ​ທາງ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ​ຢູ່​ຫວຽດນາມ. ຕາມ​ທ່ານ​ລັດຖະມົນຕີ​ແລ້ວ, ຫວຽ​ດນາມ ​ແມ່ນໜຶ່ງ​ໃນ​ຈຳນວນ 20 ປະ​ເທດ​ນຳ​ໃຊ້ອີນ​ເຕີ​ແນັດຫຼາຍ​ກວ່າ​ໝູ່​ຢູ່​ໃນ​ໂລກ, ສະ​ນ​ັ້ນ, ການ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນຂ່າວທາງ​ເຄືອ​ຂ່າຍ​ອີນ​ເຕີ​ແນັດກໍ່ແມ່ນ​ສິ່ງ​ທ້າ​ທາຍ​ໜຶ່ງ. ຢູ່​ຫວຽດນາມ, ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ລ້ວນ​ແຕ່​ກ່ຽວຂ້ອງ​ເຖິງ​ລະບົບ​ເຄືອ​ຂ່າຍ. ຍິ່ງ​​ກວ່າ​ນັ້ນ​ອີກ, ບັນດາ​ເຄື່ອງ​ອຸປະ​ກອນ​ລ້ວນ​ແຕ່​ໄດ້​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ ສະ​ນັ້ນ ສິ່ງ​ທ້າຍ​ທ້າຍ​​ໃນ​ການ​ຮັບ​ປະກັນ​ຄວາມ​ປອດ​ໄພ​​ໃຫ້​ຂໍ້​ມູນຂ່າວທາງ​ເຄືອ​ຂ່າຍ​ອີນ​ເຕ​ີແນັດນັບ​ມື້​ນັບ​ຫຼາຍ. ທ່ານ​ລັດຖະມົນ​ຕີ ຫງວຽນ​ບັ໋ກຊອນ ​ໃຫ້​ຮູ້​ວ່າ.

        “ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື​ສານ ໄດ້​ອອກຈົດໝາຍ​ທາງການ​ກຳນົດ​ການ​ປະສານ​ງານ​ການ​ເຄື່ອນ​ໄຫວຮັບ​ມື​ຢ່າງ​ຮີບ​ດ່ວນ ​ແລະ ​ໃນ​ຕົວ​ຈິ​ງພວກ​ເຮົາ​ໄດ້​ຈັດການ​ຮັບ​ມື​ກັບ​ອຸປະຕິ​ເຫດ​ທາງ​ຄອມບິ​ວ​ເຕີຢ່າງ​ຮີບ​ດ່ວນ​ແລ້ວ. ອົງກາ​ນີ້​ໄດ້​ເຊື່ອມ​ຕໍ່ ​ແລະ ຮ່ວມ​ມື​ກັບ​ສາກົນ ​ເພື່ອ​ເຂົ້າ​ຮ່ວມ​ການຮັບ​ມື​ດ່ວຍຕໍ່ຄອມ​ປິວ​ເຕີ. ທີ 2 ​ແມ່ນບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ມາ​ຮອດ​ປະຈຸ​ບັນ ​ໄດ້​ມີ​ຊຸດ​ບຳລຸງ​ສ້າງຮັກສາຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອີນ​ເຕີ​ນັດຢູ່​ສະ​ຖາ​ບັນ​ໄປສະນີ​ໂທລະ​ຄົມ. ມີ​ວຽກ​ງານ​ອີກ​ຢ່າງ​ໜຶ່ງນັ້ນ​​ແມ່ນ ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ແຜນ​ຮ່າງ​ຈຸດ​ສຸມ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ ທາງ​ເຄືອ​ຂ່າຍ​ອີນ​ເຕ​ີແນັດ. ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສາກົນ​ກໍ່​ແມ່ນ​ເນື້ອ​ໃນ​ສຳຄັນ​ທີ່​ສຸດ. ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື​ສານ ກໍ່​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຍົກ​ອອກ​ຮ່າງ​ກົດໝາຍ​ຄວາມ​ປອດ​ໄພ​ດ້ານ​ຂ້ໍ​ມູນ​ທາງ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ​ເຂົ້າ​ໃນ​ລາຍການ​ກອງ​ປະຊຸມ​ປີ 2014 ​ເພື່ອ​ສ້າງ​ກົດໝາຍ​ໃຫ້ສົມ​ບູນ​ແບບ​ກວ່າ”.

        ກ່ຽວກັບ​ວຽກງານ​ຄຸ້ມ​ຄອງ​ສື່ມວນ​ຊົນ​, ທ່າ​ນລັດຖະມົນຕີຮັບ​ຮອງວ່າ ຫວຽດນາມ​ມີ​ຖັນ​ແຖວ​ອົງການ​ສື່ມວນ​ຊົນ ​ແລະ ນັກ​ສື່​ຂ່າວ​​ເປັນ​ຈຳນວນຫຼວງຫຼາຍ, ​ໄດ້​ປະກອບເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ. ​ແຕ່​ຄຽງຂ້າງ​ນັ້ນ, ສື່ມວນ​ຊົນ​ຍັງ​ມີ​ຄວາມ​ຈຳກັດ, ອ່ອນດ້ອຍ, ​ໃຫ້ຂ່າວ​ຜິດພາດ, ສ້າງ​ຄວາມ​ກະວົນກະວາຍ​ໃນຫາງ​ສຽງສັງຄົມ .

    “ໃນ​ວຽກງານ​ຄຸ້ມ​ຄອງ​ສື່ມວນຊົນໃນ​ໄລຍະ​ຈະ​ມາ​ເຖິງ, ທາງກະຊວງຈະ​ສືບຕໍ່ສະ​ເໜີ​​ໃຫ້​ລັດຖະບານ​ປະກາດ​ໃຊ້ດຳລັດຄຸ້ມ​ຄອງ​ສື່ມວນ​ຊົນດີກວ່າຕືມອີກ ​ແລະ ຈະ​ປັບປຸງ​ກົດໝາຍວ່າດ້ວຍສື່ມວນຊົນ. ​ແລະ ກະຊວງ​ຈະ​ສືບຕໍ່ຍູ້​ແຮງ​ລະບຽບການສະໜອງຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ ສື່ມວນຊົນເພື່ອ​ໃຫ້​ສື່ມວນຊົນ​ໄດ້​ສຳຜັດ​ໄວ​ທີ່​ສຸດ, ທັນ​ການ​ທີ່​ສຸດ​ກັບຂໍ້​ມູນ​ຂ່າວທາງ​ການ, ປະຕິບັດສຳ​ເລັດໜ້າທີ່​ຂອງ​ຕົນ​ຢ່າງ​ດີ. ​ເພີ່ມ​ທະວີ​ການ ກວດກາ​ການ​ເຄື່ອນ​ໄຫວ​ສື່ມວນຊົນ. “

ຂ່າວ/ບົດ​ອື່ນ