ຄວາມ​ປະ​ທັບ​ໃຈ ຫວຽດ​ນາມຢູ່​ທົ່ງ​ນາດິນ​ແດນ​ມໍ​ລະ​ດົກ

(VOVWORLD) -ຄວາມປະທັບໃຈ ຫວຽດນາມຢູ່ທົ່ງນາດິນແດນມໍລະດົກ ແມ່ນເຫດການໄດ້ຮັບການຈັດຕັ້ງ ດ້ວຍຄວາມຫວັງຢ່າງລະດົມກຳລັງໃຈ ແລະ ສ້າງພື້ນຖານການທ່ອງທ່ຽວຂຽວ, ຮ່ວມແຮງຮ່ວມໃຈ ຟື້ນຟູການທ່ອງທ່ຽວຫຼັງໂຄວິດ - 19, ປະກອບສ່ວນຍູ້ແຮງວຽກງານໂຄສະນາການທ່ອງທ່ຽວ ແຂວງກ໋ວາງນາມເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ໃນສະພາບປົກກະຕິໃໝ່.
ຄວາມ​ປະ​ທັບ​ໃຈ ຫວຽດ​ນາມຢູ່​ທົ່ງ​ນາດິນ​ແດນ​ມໍ​ລະ​ດົກ - ảnh 1ບັນດາພາບຖ່າຍໃນງານວາງສະແດງ (ພາບ: sgtiepthi.vn)

ໂດຍຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2022, ແຂວງກ໋ວາງນາມ ສະຖານທີ່ທ່ອງທ່ຽວຂຽວ, ວັນທີ 20 ເມສາ, ຢູ່ນະຄອນໂຮ້ຍອານ, ສະມາຄົມ ທ່ອງທ່ຽວ ແຂວງກ໋ວາງນາມ ໄດ້ສົມທົບກັບຫົວໜ່ວຍຕ່າງໆ ຈັດຕັ້ງເຫດການ “ຄວາມປະທັບໃຈ ຫວຽດນາມ ຢູ່ທົ່ງນາມດິນແດນມໍລະດົກ” ແລະ ປຸກລະດົມການຄັດເລືອກ “Top 7 ຄວາມປະທັບໃຈ ຫວຽດນາມ ປີ 2022”.

ຄວາມປະທັບໃຈ ຫວຽດນາມຢູ່ທົ່ງນາດິນແດນມໍລະດົກ ແມ່ນເຫດການໄດ້ຮັບການຈັດຕັ້ງ ດ້ວຍຄວາມຫວັງຢ່າງລະດົມກຳລັງໃຈ ແລະ ສ້າງພື້ນຖານການທ່ອງທ່ຽວຂຽວ, ຮ່ວມແຮງຮ່ວມໃຈ ຟື້ນຟູການທ່ອງທ່ຽວຫຼັງໂຄວິດ - 19, ປະກອບສ່ວນຍູ້ແຮງວຽກງານໂຄສະນາການທ່ອງທ່ຽວ ແຂວງກ໋ວາງນາມເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ໃນສະພາບປົກກະຕິໃໝ່. ເຫດການຍັງແຜ່ຂະຫຍາຍສານທ່ອງທ່ຽວຂຽວ - ກຳນົດທິດການພັດທະນາແບບຍືນຍົງຂອງ ການທ່ອງທ່ຽວຫວຽດນາມ, ເໝາະສົມກັບຕົວຈິງໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ແນວໂນ້ມຂອງການທ່ອງທ່ຽວຫຼັງໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ