ຄວາມປະທັບໃຈລາຍການ “ທະເລ, ໝູ່ເກາະ - ໝາກຫົວໃຈຫວຽດນາມ”

ຄວາມປະທັບໃຈລາຍການ “ທະເລ, ໝູ່ເກາະ - ໝາກຫົວໃຈຫວຽດນາມ” - ảnh 1
(ລາຍການ “ທະ​ເລ, ໝູ່​ເກາະ - ໝາກ​ຫົວ​ໃຈ​ຫວຽດນາມ”)

(vovworld) - ຕອນ​ຄໍ່າ​ວັນ​ທີ 21/12, ລາຍການ​ພົບ​ປະແລກປ່ຽນ, ​ໂອ້​ລົມ​ສົນທະນາ “ທະ​ເລ, ໝູ່​ເກາະ - ໝາກ​ຫົວ​ໃຈ​ຫວຽດນາມ” ​ໂດຍກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສ່ືສານ, ກົມ​ໃຫຍ່​ການ​ເມືອງກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ​​ຈັດຕັ້ງ​ຢູ່​ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 72 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ (22/12/1944 – 22/12/2016), 27 ປີ​ແຫ່ງ​ວັນ​ບຸນທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ດ (22/12/1989 – 22/12/2016). ລາຍ​ການ​ພົບ​ປະ​ແລກປ່ຽນ, ໂອ້​ລົມ​ສົນທະນາ ​ແມ່ນ​ກາ​ນ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນບັນດາ​ພະນັກງານ, ນັກຮົບ​ກອງທັບ​ປະຊາຊົນ​ລຸ່ນຕ່າງໆ ​ແລະ ປະຊາຊົນທີ່​ດຳລົງ​ຊີວິດ, ​ອອກ​​ແຮງ​ງານ, ທຳ​ການ​ຜະລິດ​ຢູ່​ບັນດາ​ເຂດທະ​ເລ, ​ເກາະ​​ ເຊິ່ງ​ໄດ້ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທົດ​ສອບ, ​ການເສຍ​ສະ​ຫຼະ, ຢືດໝັ້ນ ​ແລະ ຕັດ​ສິນ​ໃຈ​ຕິດ​ພັນ​ກັບ​ທະ​ເລ, ປົກ​ປັກ​ຮັກສາ​ເກາະ, ​ເພື່ອຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ... ລາຍການ​ໄດ້​ປະກອບສ່ວນ​ເຊື່ອ​ມຕໍ່​ລະຫວ່າງ​​ເຂດ​ດິນຕໍ່​ແຜ່ນ​ກັບ​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ, ​ເຊື່ອມ​ຕໍ່​ຄອບຄົວ​ກັບ​ພະນັກງານ, ນັກຮົບ​ກຳລັງ​ກອງທັບ​ເຮືອ, ຕຳຫຼວດ​ທະ​ເລ, ປ້ອງ​ກັນຊາ​ຍ​ແດນ ​ແລະ ບັນດາ​ກຳ​ລັງ​ທີ່​ມີ​ໜ້າ​ທີ່ອື່ນໆ ​ເຊິ່ງປະ​ຈຸ​ບັນພວມ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ເຂດ​ທະ​ເລ, ໝູ່​ເກາະ​ນັບ​ທັງ​ວັນ ​ແລະ ຄືນ.

ຂ່າວ/ບົດ​ອື່ນ