ຄວາມສາມັກຄີມິດຕະພາບລະຫວ່າງ ແຂວງແທງຮ໋ວາ - ຫົວພັນ

ຄວາມສາມັກຄີມິດຕະພາບລະຫວ່າງ ແຂວງແທງຮ໋ວາ - ຫົວພັນ - ảnh 1
( ພາບປະກອບ )

(vovworld) -     ​ ​​ແຕ່​ວັນ​ທີ 10 – 16/8/2012, ​ໄດ້​ດຳ​ເນີນ​ສັບປະ​ດາ​ຫວຽ​ດນາມ - ລາວ ຢູ່​ແຂວງ​ແທງ​ຮ໋ວາ (ຫວຽດນາມ)​ ແລະ ຫົວພັນ (ລາວ), ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ, ກິລາ​ ທີ່​ອຸ​ອົມ​ສົມ​ບຸນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິ່ງ​ເພື່ອ​ສະ​ເຫຼີມສະຫຼອງ​ປີ​ສາມັກຄີ​ມິດຕະພາບ​ຫວຽ​ດນາມ - ລາວ 2012, ສະ​ເຫຼີ​ມສະຫຼອງ 35 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດ​ຕະພາບ​​ ແລະ ການຮ່ວມ​ມື, 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ; ພ້ອມ​ກັນ​ນັ້ນ​ກໍ່​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ຜູກສ່ຽວ ​ແລະ ລົງ​ນາມ​​ໃນ​ສັນຍາຮ່ວມ​ມື​ລະຫວ່າງ​ແຂວງ​ແທງ​ຮ໋ວາ - ຫົວພັນ (1967 - 2012). ​ໃນ 5 ປີ​ທີ່​ຈະ​ມາ​ເຖິງ, ສອງ​ແຂວງຈະ​ສູ້ຊົນຍົກ​ວົງ​ເງິນ​ຂ້າ​ອອກ ຂ້າ​ເຂົ້າ​ບັນ​ລຸ​ 25 ລ້ານ USD ຂຶ້ນ​ໄປ. ​ແຂວງ​ແທງ​ຮ໋ວາ ​ກໍໄດ້​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​​ໃຫ້​ບັນດາ​ອົງການ, ວິ​ສາ​ຫະກິດ, ບັນດາ​ຄອບຄົວ​ຂອງ​ແຂວງ​ຫົວພັນ ມາ​ຄົ້ນຄວ້າ, ຮໍ່າຮຽນ​ເອົາ​ບົດຮຽນ​ໃນ​ການ​ຜະລິດ​ດຳ​ເນີນ​ທຸ​ລິ​ກິດ, ພັດທະນາ​ເສດຖະກິ​ດຟາ​ມ, ພັດທະນາ​ບັນດາ​ຮູບ​ແບບ​ວິ​ສາ​ຫະກິດ, ລົງທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ແຂວງ​ແທງ​ຮ໋ວາ. ພ້ອມ​ກັນນັ້ນ, ​ແຂວງ​ຫົວພັນ ຈະ​ໃຫ້​ບຸລິມະສິດ​​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຂອງ​ແຂວງ​ແທນ​ຮ໋ວາ ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ລົງ​ທຶນ​ໃນ​ທຸກ​ຂົງ​ເຂດ​ຄື ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ປຸງ​ແຕ່ງ​ເຄື່ອນ​ປາ​ຂອງ​ດົງ, ​ເຂື່ອນ​ໄພ​ຟ້າ​ນ້ຳຕົກ… ສອງ​ແຂວງ​ຍັງເປັນ​ເອກະ​ພາບ​ນຳກັນ​ສູ້​ຊົນ​ຊຸກຍູ້ວຽກ​ງານປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກ​ໃຫ້​ສຳ​ເລັດ​ຜົນໃນ​ທ້າຍ​ປີ 2012 .

ຂ່າວ/ບົດ​ອື່ນ