ຄວາມ​ສາ​ມາດ​ບົ່ມ​ຊ້ອນທີ່ໃຫຍ່ຫຼວງ ໃນ​ການ​ພັດ​ທະ​ນາ ຂະ​ແໜງກະ​ສິ​ກຳ ຫວຽດ​ນາມ ປີ 2020

(VOVWORLD) -ພາຍຫຼັງ 30 ປີ ແຫ່ງການປ່ຽນແປງໃໝ່, ຂະແໜງ ກະສິກຳ, ຊົນນະບົດ ໄດ້ດຶງດູດການເຂົ້າຮ່ວມຂອງ ວິສາຫະກິດ ກ່ວາ 750 ພັນ ແຫ່ງ. 
ຄວາມ​ສາ​ມາດ​ບົ່ມ​ຊ້ອນທີ່ໃຫຍ່ຫຼວງ ໃນ​ການ​ພັດ​ທະ​ນາ ຂະ​ແໜງກະ​ສິ​ກຳ ຫວຽດ​ນາມ ປີ 2020 - ảnh 1ພາບປະກອບ (dangcongsan.vn

ຕາມກະຊວງອຸດສາຫະກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ, ໃນການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ບັນດາວິສາຫະກິດ ໄດ້ສຸມໃສ່ ພ້ອມກັບພໍ່ແມ່ພີ່ນ້ອງ ຊາວກະສິກອນ ກາຍເປັນ ກຳລັງ ຫຼັກແຫຼ່ງ ໃນລະບົບຜະລິດ, ກໍ່ຄື ໃນວິວັດການສ້າງໂຄງປະກອບຄືນໃໝ່.

        ທ່ານ ຫງວຽນຊວັນເກື່ອງ ລັດຖະມົນຕີ ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ:

        ຄວາມສາມາດບົ່ມຊ້ອນໃຫຍ່ ຍ້ອນວ່າ ຍອດມູນຄ່າການຄ້າທົ່ວໂລກກ່ຽວກັບ ດ້ານສະບຽງອາຫານແມ່ນ ປະມານ ກ່ວາ 2 ພັນຕື້ USD, ໃນນັ້ນ ມູນຄ່າ ຈາກຂັ້ນຕອນ ການປຸງແຕ່ງ ກໍ່ຍັງຫຼາຍຢູ່. ດັ່ງນັ້ນ, ຖ້າຫາກວ່າ ປະຕິບັດການປຸງແຕງ ແລະ ການຜະລິດລະບົບມູນຄ່າເປັນຢ່າງດີ ມູນຄ່າຂອງ ຂະແໜງກະສິກຳນີ້ຍັງໃຫຍ່ຫຼວງກ່ວານີ້ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ