ຄວາມຫວັງຂອງສະມາຊິກສະພາແຫ່ງຊາດຢູ່ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 14

(VOVWORLD) - ຢູ່ນອກວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14, ບັນດາສະມາຊິກສະພາແຫ່ງຊາດມີຄວາມຫວັງວ່າ, ດ້ວຍຈິດໃຈປ່ຽນແປງໃໝ່ໃນການປຶກສາຫາລື, ຊັກຖາມ, ສ້າງກົດໝາຍ, ສະພາແຫ່ງຊາດສືບຕໍ່ມີບັນດາມາດຕະການແທດຈິງ ເພື່ອແກ້ໄຂບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈຢ່າງສົມເຫດສົມຜົນ.
ຄວາມຫວັງຂອງສະມາຊິກສະພາແຫ່ງຊາດຢູ່ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 14 - ảnh 1 ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14

ພິເສດແມ່ນເລື່ອງປ່ຽນແປງໃໝ່ກ່ຽວກັບການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມ ເພີ່ມທະວີລັກສະນະສົນທະນາ, ໂຕ້ເວທີໃນການເຄື່ອນໄຫວຂອງສະພາແຫ່ງຊາດ. ທ່ານ ຫງວຽນບ໋າເຊີນ, ສະມາຊິກສະພາແຫ່ງຊາດນະຄອນ ດ່າໜັງ ມີຄວາມຫວັງວ່າ

        “ຂ້າພະເຈົ້າເຊື່ອໝັ້ນວ່າ ຈະມີບັນດາຄຳເຫັນປະກອບ ຕໍ່ໝາກຜົນທີ່ບັນລຸໄດ້ໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດໃນໄລຍະ 6 ເດືອນຕົ້ນປີ, ແຕ່ຍັງບໍ່ທັນສູງປານໃດ ແລະ ຍັງມີຄວາມສົນໃຈຈາກຫາງສຽງ ແລະ ຜູ້ມີສິດເລືອກຕັ້ງ. ປະຊາຊົນມີຄວາມຫວັງວ່າ ໃນກອງປະຊຸມສະໄໝສາມັນຄັ້ງນີ້ ລັດຖະບານ ແລະ ບັນດາກະຊວງ, ຂະແໜງການຈະສ້າງເງື່ອນໄຂເພື່ອຊ່ວຍໃຫ້ ດ່າໜັງ ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຕິດຂັດ, ສ້າງເງື່ອນໄຂໃຫ້ວິສາຫະກິດມີຄວາມສະດວກກ່ວາໃນການລົງທຶນ, ພັດທະນາການຜະລິດ”.

ຕອບກັບ

ຂ່າວ/ບົດ​ອື່ນ