ຄວາມເຄັ່ງຕຶງ ອາເມລິກາ - ເວເນຊູເອລາ: ລັດເຊຍ ຮຽກຮ້ອງບັນດາຝ່າຍລະງັບໃຈ
(VOVWORLD) - ວັນທີ 18 ທັນວາ, ກະຊວງການຕ່າງປະເທດ ລັດເຊຍ ຮຽກຮ້ອງໃຫ້ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ “ຈະບໍ່ມີຄວາມຜິດພາດ” ທີ່່ກ່ຽວຂ້ອງເຖິງ ເວເນຊູເອລາ, ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ບັນດາຂໍ້ຕົກລົງຂອງ ອາເມລິກາ ທີ່ນາບຂູ່ເຖິງການຂົນສົ່ງທາງທະເລສາກົນ.
ຄຳຮຽກຮ້ອງໄດ້ຍົກອອກມາພາຍຫຼັງທີ່ວັນທີ 16 ທັນວາ ທ່ານ Trump ຈັດວາງຄຳສັ່ງ “ປິດລ້ອມຢ່າງສິ້ນເຊີງ ແລະ ເດັດຂາດ” ສຳລັບບັນດາກ່ຳປັ່ນຂົນສົ່ງນ້ຳມັນທີ່ນອນໃນເປົ້າໝາຍຖືກລົງໂທດ ແລະ ມີການເຄື່ອນໄຫວເຂົ້າອອກ ເວເນຊູເອລາ.
ຖະແຫຼງການຂອງກະຊວງການຕ່າງປະເທດ ລັດເຊຍ ກໍໃຫ້ຮູ້ວ່າ ມົດສະກູ ສະໜັບສະໜູນເລື່ອງຫັນການເຈະລະຈາລະຫວ່າງ ວໍຊິງຕັນ ແລະ ກາຣາກາສ ເປັນປົກກະຕິ; ຫວັງວ່າ ອາເມລິກາ ຈະບໍ່ແຊກແຊງເຂົ້າໃນກໍລະນີທີ່ອາດຈະພາໄປເຖິງ “ຜົນຕາມມາທີ່ຍາກຈະຄາດຄະເນລ່ວງໜ້າໄດ້ສຳລັບທົ່ວຊີກໂລກຕາເວັນຕົກ”. ຝ່າຍ ລັດເຊຍ ກໍຢັ້ງຢືນສະໜັບສະໜູນ “ແນວທາງຂອງລັດຖະບານຂອງທ່ານປະທານາທິບໍດີ Nicolas Maduro”.
ກໍໃນວັນດຽວກັນ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ຫວ່າງມໍ່ໆມານີ້, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໄດ້ດຳເນີນການໂອ້ລົມທາງໂທລະສັບກັບທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ ແລະ ຮຽກຮ້ອງໃຫ້ບັນດາປະເທດໃນພາກພື້ນຈົ່ງລະງັບໃຈເພື່ອຫຼີກລ້ຽງບັນດາການຜັນແປທີ່ຍາກຈະຄາດຄະເນລ່ວງໜ້າໄດ້.